ປຸກລະດົມລາງວັນຜູ້ເກັ່ງກ້າໃນດິນແດນຫວຽດ ແລະ ກອງປະຊຸມໂອ້ລົມສົນທະນາ Start up ຢ່າງປະດິດຄິດສ້າງ ຈາກແນວຄວາມຄິດເປັນຜະລິດຕະພັນ

(VOVWORLD) -   ລາງວັນ ຜູ້ເກັ່ງກ້າໃນດິນແດນຫວຽດນາມ ປີ 2019 ໄດ້ຮັບການປຸກລະດົມຢ່າງເປັນທາງການໃນຕອນເຊົ້າວັນທີ 28 ພຶດສະພາ ຢູ່ ນະຄອນໂຮ່ຈີມິນ ຂອງຫວຽດນາມ. 

     ໂດຍສືບຕໍ່ບັນດາການເຄື່ອນໄຫວທີ່ຫາກໍຈັດຂຶ້ນຢູ່ນະຄອນ ດ່າໜັງ, ບັນດາກອງປະຊຸມສໍາມະນາ, ພົບປະແລກປ່ຽນປຸກລະດົມ “ລາງວັນຜູ້ເກັ່ງກ້າໃນດິນແດນຫວຽດນາມ 2019” ດ້ວຍຫົວຂໍ້ວ່າ “Start up ຢ່າງປະດິດຄິດສ້າງ - ຈາກແນວຄວາມຄິດເປັນຜະລິດຕະພັນ” ແມ່ນຈຸດສຸມຂອງປະຊາຄົມ Start up  ແລະ ບັນດາເພື່ອນໜຸ່ມໃນຊຸມວັນທ້າຍເດືອນພຶດສະພາຢູ່ນະຄອນໂຮ່ຈີມິນ.

ປຸກລະດົມລາງວັນຜູ້ເກັ່ງກ້າໃນດິນແດນຫວຽດ ແລະ ກອງປະຊຸມໂອ້ລົມສົນທະນາ Start up ຢ່າງປະດິດຄິດສ້າງ ຈາກແນວຄວາມຄິດເປັນຜະລິດຕະພັນ - ảnh 1ກອງປະຊຸມ ແມ່ນໂອກາດແບ່ງປັນບັນດາບົດຮຽນ Start up ທີ່ເປັນປະໂຫຍດໃນຍຸກດີຈີຕອນ ໃຫ້ປະຊາຊົມ Start up, ບັນດາເພື່ອນໜຸ່ມ ແລະ ມະຫາຊົນເປັນຈໍານວນຫຼວງຫຼາຍຢູ່ເຂດພາກໃຕ້ (ພາບ: TTXVN)

        ຈຸດພົ້ນເດັ່ນຂອງກອງປະຊຸມ ບໍ່ພຽງແຕ່ແນະນໍາບັນດາຈຸດພົ້ນເດັ່ນຂອງລາງວັນ ຜູ້ເກັ່ງກ້າໃນດິນແດນຫວຽດ 2019 ຢ່າງເລິກເຊິ່ງກວ້າງຂວາງ ເທົ່ານັ້ນ  ຫາກຍັງແມ່ນໂອກາດແບ່ງປັນບັນດາບົດຮຽນ Start up ທີ່ເປັນປະໂຫຍດໃນຍຸກດີຈີຕອນ ໃຫ້ປະຊາຊົມ Start up, ບັນດາເພື່ອນໜຸ່ມ ແລະ ມະຫາຊົນເປັນຈໍານວນຫຼວງຫຼາຍຢູ່ເຂດພາກໃຕ້.

        ໂດຍຈັດຂຶ້ນຢ່າງຕໍ່ເນື່ອງມາເປັນເວລາ 15 ປີ, ປັດຈຸບັນ ຜູ້ເກັ່ງກ້າໃນດິນແດນຫວຽດ ໄດ້ກາຍເປັນລາງວັນທີ່ມີຂອບຂະໜາດໃຫຍ່ທີ່ສຸດ ແລະ ມີອິດທິພົນຊື່ສຽງທີ່ສຸດຂອງຫວຽດນາມ ສໍາລັບບັນດາຂົງເຂດສໍາຄັນຄື ເຕັກໂນໂລຢີຂໍ້ມູນຂ່າວສານ, ວິທະຍາສາດ, ແພດສາດ-ການຢາ ແລະ ສິ່ງແວດແລ້ວ ແລະ ລາງວັນສົ່ງເສີມການຮໍ່າຮຽນ - ຮຽນດ້ວຍຕົນເອງໃຫ້ເປັນຜູ້ເກັ່ງກ້າສາມາດ.

ຕອບກັບ

ຂ່າວ/ບົດ​ອື່ນ