ປຸກລະດົມລາຍການ “ກອງທັບເຮືອຫວຽດນາມ ແມ່ນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ”

(VOVWORLD) -ພິທີປຸກລະດົມລາຍການ “ກອງທັບເຮືອຫວຽດນາມ ແມ່ນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ” ໄດ້ດຳເນີນໃນຕອນບ່າຍວັນທີ 02 ສິງຫາ, ຢູ່ດ່ານັ້ງ, ໂດຍກອງບັນຊາການກອງທັບເຮືອເຂດ 3 ຈັດຕັ້ງ.

ປຸກລະດົມລາຍການ “ກອງທັບເຮືອຫວຽດນາມ ແມ່ນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ” - ảnh 1ລາຍການ “ກອງທັບເຮືອຫວຽດນາມ ແມ່ນບ່ອນອີງໃຫ້ຊາວປະມົງອອກສູ່ທະເລ, ຕິດພັນກັບທະເລ”

(ພາບ: nld.com.vn)

ລາຍການໄດ້ສຸມໃສ່ແນະນຳໃຫ້ພໍ່ແມ່ຊາວປະມົງກ່ຽວກັບທີ່ຕັ້ງ, ບົດບາດ, ຄວາມສຳຄັນຂອງທະເລ; ບັນດາສັນຍາຂີດເສັ້ນຊາຍແດນທາງທະເລລະຫວ່າງຫວຽດນາມ ກັບບັນດາປະເທດໃນພາກພື້ນ; ບັນດາເອກະສານນິຕິກຳດ້ານກົດໝາຍຂອງຫວຽດນາມ ກ່ຽວກັບທະເລ ແລະ ຂຸດຄົ້ນ, ຫາສິນທະເລຢ່າງປອດໄພ, ໝັ້ນຄົງ, ຕ້ານການຂຸດຄົ້ນສິນທະເລຢ່າງຜິດກົດໝາຍ… ກອງບັນຊາການກອງທັບເຮືອເຊື່ອໝັ້ນວ່າ, ດ້ວຍມູນເຊື້ອສະໜິດແໜ້ນລະຫວ່າງກອງທັບເຮືອຫວຽດນາມ ກັບພໍ່ແມ່ປະຊາຊົນ, ຊາວປະມົງ ແລະ ຄວາມເອົາໃຈໃສ່ຂອງການນຳບັນດາທ້ອງຖິ່ນ, ແນ່ນອນວ່າລາຍການຈະບັນລຸຜົນສຳເລັດອັນດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ