ປຸກລະດົມລາຍການ “ເພື່ອນັກຮຽນ ເກາະເຈື່ອງຊາທີ່ຮັກແພງ” ຢູ່ລັດເຊຍ

ປຸກລະດົມລາຍການ “ເພື່ອນັກຮຽນ ເກາະເຈື່ອງຊາທີ່ຮັກແພງ” ຢູ່ລັດເຊຍ - ảnh 1

(ພາບປະກອບ:dantri.com.vn)

(vovworld)- ​ຕອນ​ບ່າຍ​ວັນ​ທີ 25/6, ຢູ່​ສະຖານທູດ​ຫວຽດນາມ ປະຈຳ​ລັດ​ເຊຍ, ທ່ານ​ນາງ​ເຈືອງ​ໝີ​ຮວາ ອະດີດ​ຮອງ​ປະ​ທ່ານ​ປະ​ເທດ​ຫວຽດນາມ, ປະທານ​ລາຍການ “​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ທີ່​ຮັກ​ແພງ” ​ໄດ້​ມີ​ການ​ພົບ​ປະ​ກັບ​ປະຊາ​ຄົມ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ, ຮ່ຳຮຽນ ​ແລະ ​ເຮັດ​ວຽກ​ຢູ່​ລັດ​ເຊຍ ​ເພື່ອ​ແນ​ໃສ່​ສະຫລຸບ​ໄລຍະ​ທີ 1 ​ແລະ ປຸກລະດົມ​ໄລຍະ​ທີ 2 ຂອງ​ໂຄງການ. ທ່ານ​ນາງ​ເຈືອງ​ໝີ​ຮວາ ​ໃຫ້​ຮູ້​ວ່າ: ພາຍຫລັງ​ໄດ້​ປຸກລະດົມລາຍການ “​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ທີ່​ຮັກ​ແພງ”​ ມາ​ເປັນ​ເວລາ  6 ​ເດືອນ, ບັນດ​າວິ​ສາ​ຫະກິດ, ສ່ວນ​ບຸກຄົນ​ໃນ​ທົ່ວ​ທຸກ​ແຫ່ງ​ຂອງ​ປະ​ເທດ​ໄດ້​ປະກອບ​ເງິນ​ຈຳນວນ​ເກືອບ 12 ຕື້​ດົ່ງ, ​ໃນ​ນັ້ນຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ປະກອບ​ເກືອ​ບ 2 ຕື້​ດົ່ງ. ຈຳນວນ​ເງິນ​ດັ່ງ​ກ່າວ​ໄດ້​ໃຊ້​ເພື່ອ​ກໍ່ສ້າງ​ໂຮງຮຽນ​ປະຖົມ​ເທດສະບານ​ເມືອງ​ເຈື່ອງ​ຊາ ​ໃນ​ເກາະ​ເຈື່ອງ​ຊາ​ໃຫ່ຍ. ຄະນະ​ຊີ້​ນຳ​ລາຍການ​ໄດ້​ຕົກລົງ​ປຸກລະດົມ​ໄ​​ລຍະ​ທີ 2 ​ຂອງບໍລິຈາກ​ເງິນເພື່ອ​​ສືບ​ຕໍ່​ກໍ່ສ້າງ​ໂຮງຮຽນປະຖົມ​ແຫ່ງ​ທີ 2 ​ໃນ​ເມືອງ​ເກາະ​ເຈື່ອງ​ຊາ ​ແລະ ລັດ​ເຊຍ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ຈຳນວນ​ບັນດາ​ປະ​ເທດ​ເອີ​ລົບ​ທີ່​ຄະນະ​ປະຕິບັດ​ງານມາ​ເພື່ອ​ປຸກລະດົມ​ການ​ບໍລິຈາກ​ເງິນ​ໃຫ້​ແກ່ ລາຍການ “​ເພື່ອ​ນັກຮຽນ​ເຈື່ອງ​ຊາ​ທີ່​ຮັກ​ແພງ”.

 

 

 

ຂ່າວ/ບົດ​ອື່ນ