ປຸກລະດົມ​ລາຍການ​ຊອກ​ແນວ​ຄວາມ​ຄິດ​ປະດິດ​ຄິດສ້າງ ​ເພື່ອ​ມະຫາ​ສະໝຸດປອດຢາງ​ພະລາດ​ສະຕິ​ກ

(VOVWORLD) -UNESCO ໄດ້ປຸກລະດົມລາຍການດັ່ງກ່າວເພື່ອໃຫ້ກຸ່ມຊາວໜຸ່ມ ແລະ ນັກວິທະຍາສາດໜຸ່ມ ມີໂອກາດສ້າງ ແລະ ພັດທະນາບັນດາມາດຕະການແກ້ໄຂໃຫ້ແກ່ບັນຫາເກັບຂີ້ເຫຍື້ອ, ຈັດແບ່ງປະເພດ, ກໍາຈັດ, ຜະລິດຄືນໃໝ່, ນໍາໃຊ້ສິ່ງເສດເຫຼືອຢາງພະລາດສະຕິກຄືນໃໝ່. 
ປຸກລະດົມ​ລາຍການ​ຊອກ​ແນວ​ຄວາມ​ຄິດ​ປະດິດ​ຄິດສ້າງ ​ເພື່ອ​ມະຫາ​ສະໝຸດປອດຢາງ​ພະລາດ​ສະຕິ​ກ - ảnh 1ເຂດນິເວດວິທະຍາ ໂລກ  ກູ່ລາວຈ່າມ - ໂຮ້ຍອານ  (ພາບ: dangcongsan.vn)

        ດ້ວຍຄວາມປາດຖະໜາຢາກຊຸກຍູ້ບົດບາດຂອງຊາວໜຸ່ມໃນການສ້າງການປ່ຽນແປງສໍາຄັນໃຫ້ແກ່ອະນາຄົດມີການພັດທະນາແບບຍືນຍົງຂອງຫວຽດນາມ, ໃນຂອບເຂດໂຄງການ ຂໍ້ລິເລີ່ມຊາວໜຸ່ມປ່ຽນແປງໃໝ່, ປະດິດຄິດສ້າງ ເພື່ອມະຫາສະໝຸດສີຂຽວ, ອົງການວັດທະນະທໍາ, ວິທະຍາສາດ ແລະ ການສຶກສາ ສປຊ (UNESCO) ພ້ອມກັບຄະນະກໍາມະການແຫ່ງຊາດ ໂຄງການຊັບພະຍາກອນມະນຸດ ແລະ ນິເວດ ຫວຽດນາມ, ເຂດນິເວດວິທະຍາ ໂລກ  ກູ່ລາວຈ່າມ - ໂຮ້ຍອານ ໄດ້ປຸກລະດົມລາຍການ “ຊອກແນວຄວາມຄິດປະດິດສ້າງ ເພື່ອມະຫາສະໝຸດປອດຢາງພະລາດສະຕິກ”.

        ດ້ວຍບຸລິມະສິດຍຸດທະສາດຢູ່ ຫວຽດນາມ, UNESCO ໄດ້ປຸກລະດົມລາຍການດັ່ງກ່າວເພື່ອໃຫ້ກຸ່ມຊາວໜຸ່ມ ແລະ ນັກວິທະຍາສາດໜຸ່ມ ມີໂອກາດສ້າງ ແລະ ພັດທະນາບັນດາມາດຕະການແກ້ໄຂໃຫ້ແກ່ບັນຫາເກັບຂີ້ເຫຍື້ອ, ຈັດແບ່ງປະເພດ, ກໍາຈັດ, ຜະລິດຄືນໃໝ່, ນໍາໃຊ້ສິ່ງເສດເຫຼືອຢາງພະລາດສະຕິກຄືນໃໝ່. ຄະນະຈັດຕັ້ງລາຍການ ຈະທໍາການຄັດເລືອກ ແລະ ມອບລາງວັນໃຫ້ຂໍ້ສະເໜີທີ່ດີີເດັ່ນທີ່ສຸດ. ຮອບຊີງຊະນະເລີດ ຈະດໍາເນີນໃນເດືອນ ພະຈິກ 2020 ຢູ່ຮ່າໂນ້ຍ. 

ຕອບກັບ

ຂ່າວ/ບົດ​ອື່ນ