ປຸກລະດົມລາຍການສາຍຈິດສາຍໃຈສາຍພູຫຼວງເຈືອງເຊີນ

ປຸກລະດົມລາຍການສາຍຈິດສາຍໃຈສາຍພູຫຼວງເຈືອງເຊີນ - ảnh 1
ທ່ານນາງ ຕອງທິຟ້ອງ ຮອງປະທານສະພາແຫ່ງຊາດຫວຽດນາມ
ເຂົ້າຮ່ວມແລະອວຍພອນລາຍການສະແດງ“ ສາຍຈິດສາຍໃຈເຈືອງເຊີນ”
(ພາບ: baodientu.chinhphu )

Vovwowld- ຕອນ​ຄ່ຳ​ວັນ​ທີ 24 ກຸມພາ, ຢູ່​ນະຄອນ​ໂຮ່ຈິ​ມິນ, ໜັງສືພິມ ໄຊງອ່ນຢາຍຟ້ອງ ແປວ່າ ໄຊງ່ອນປົດປ່ອຍໄດ້ຈັດ ລາຍການສະແດງ“ ສາຍຈິດສາຍໃຈເຈືອງເຊີນ” ໝາຍເຖິງສາຍພູຫຼວງ ຄັ້ງທີ 2 ເພື່ອແນໃສ່ສະຫຼຸບ ໄລຍະທີ 1 ແລະ ປຸກລະດົມໄລຍະທີ່ 2 ຊຶ່ງມີການເຂົ້າຮ່ວມຂອງທ່ານນາງ ຕອງທິຟ້ອງ ຮອງປະທານສະພາແຫ່ງຊາດຫວຽດນາມ, ທ່ານ ຫງວຽນຖ້ຽນເຍີນ ຮອງນາຍົກລັດຖະມົນຕີຫວຽດນາມ.

    ໃນລາຍການສະແດງ“ ສາຍຈິດສາຍໃຈເຈືອງເຊີນ”ຄັ້ງທີ່ 2 ນີ້, ໄດ້ສະແດງ ຂັບຮ້ອງບັນດາ​ບົດ​ເພງ​ທີ່​ອະມະຕະ​ກ່ຽວ​ກັບ​ສາຍພູ​ຫຼວງ, ​ເຊີດ​ຊູ​ບັນດາ​ການ​ປະກອບສ່ວນ​ຂອງ​ລຸ່ນພໍ່​ລຸ່ນອ້າຍ​ບົນ​ເສັ້ນທາງ ສາຍພູຫຼວງ​ແຫ່ງ​ເທບ​ນິຍາຍ. ​ເນື່ອງ​ໃນ​ໂອກາດ​ນີ້, ມີ​ຫຼາຍ​ຫົວໜ່ວຍ, ສ່ວນ​ບຸກຄົນ ​ໄດ້ຈົດ​ຊື່​ສະໜັບສະໜູນ​ເງິນ​ເກືອບ 70 ຕື້​ດົງ, ​ໃນ​ນັ້ນ ທະນາຄານ​ການ​ຄ້າ​ຫຸ້ນ​ສ່ວນ​ຊ່ວຍ​ເຫຼືອ 52 ຕື້​ດົງ. ທ່ານ​ພົນ​ຕີ ​ເຈີ​ນຮ່ວາ ຜູ້​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ຫວຽດນາມ, ສະມາຊິກ​ໃນ​ຄະນະ​ຈັດ​ຕັ້ງ​ລາຍການ​ໃຫ້​ຮູ້​ວ່າ : “ ສິ່ງທີ່​ໄດ້​ຈາກ​ລາຍການ, ນັ້ນ​ແມ່ນ​ປະຊາຊົນ​ທົ່ວ​ປະ​ເທດ​ມີ​ການ​ແບ່ງປັນ​ກັບ​ປະຊາຊົນ​ເຂດ​ຊາຍ​ແດນ, ນັ້ນ​ແມ່ນ​ຄວາມ​ແທດ​ເໝາະ​ກັບ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ຈິດ​ໃຈ​ຂອງ​ປະຊາຊົນ. ປະຊາຊົນ​ເຂດ​ຊາຍ​ແດນ​ເວົ້າ​ລວມ ​ແລະ ​ປະຊາຊົນບັນດາ​ແຂວງ​ທີ່​ມີ​ເສັ້ນທາງ ​ເຈືອງ​ເຊີນ​ເວົ້າ​ສະ​ເພາະ ມີ​ຄວາມ​ພູມ​ໃຈ​ເປັນ​ຢ່າງ​ຍິ່ງ, ​ເຫັນ​ແຈ້ງ​ເຖິງ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ , ລັດ, ຂອງ​ທັງ​ສັງຄົມ​ທີ່​ມີ​ຕໍ່​ປະຊາຊົນ​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ. ຈາກ​ນັ້ນ​ກໍ່​ເປັນ​ການ​ຍົກ​ສູງ​ສະຕິ​ຄວາມ​ຮັບຜິດຊອບ​ຂອງ​ປະຊາຊົນ​ໃນ​ການ​ຄຸ້ມ​ຄອງ, ກໍ່ສ້າງ​ບັນດາ​ກິດຈະກຳ​ຢູ່​ເຂດ​ຊາຍ​ແດນ, ພ້ອມ​ກັບ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ປົກປັກ​ຮັກສາ​ອະທິປະ​ໄຕ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທ​ດ ຊາດ ”

ຂ່າວ/ບົດ​ອື່ນ