ປຸກລະດົມລາຍການ“ອາສາສະໝັກລະດູໜາວປີ2014”

ປຸກລະດົມລາຍການ“ອາສາສະໝັກລະດູໜາວປີ2014” - ảnh 1
ພິ​ທີ​ປຸກ​ລະ​ດົມ “​ອາ​ສາ​ສະ​ໝັກ​ລະ​ດູ​ໜາ​ວ​ປີ2014”

(vovworld) – ວັນ​ທີ 25/11, ທີ່​ເມືອງ ຮ່​ວາງ​ຊູ​ຟີ່, ແຂ​ວງ ຮ່າ​ຢາງ, ຄະ​ນະ​ຊາວ​ໜຸ່ມ​ແຂ​ວງ ຮ່າ​ຢາງ ໄດ້​ສົມ​ທົບ​ກັບ​ຄະ​ນະ​ຊາວ​ໜຸ່​ມ​ກຸ່ມ​ບັນ​ດາ​ວິ​ສາ​ຫະ​ກິດ​ສູນ​ກາງ ແລະ ສູນ​ອາ​ສາ​ສະ​ໝັກ​ແຫ່ງ​ຊາດ​ປຸກ​ລະ​ດົມ​ລາຍ​ການອາ​ສາ​ສະ​ໝັກ​ລະ​ດູ​ໜາວ​ດ້ວຍ​ຫົວ​ຂໍ້ “ໄວ​ໜຸ່ມ ຮ່າ​ຢາງ ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອ​ຊີ​ວິດ​ສັງ​ຄົມ”. ລາຍ​ການ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ແຕ່​ເດືອນ 10/2014 ຮອດ​ເດືອນ 2/2015 ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ແມ່ນ​​ຊ່ວຍ​ເຫຼືອ​ໃຫ້​ຊາວ​ໜຸ່ມ​ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ​ທຳ​ການ​ຜະ​ລິດ​ເປັນ​ປົກ​ກະ​ຕິ, ສົ່ງ​ເສີມ​ສຸ​ຂະ​ພາບ​ຂອງ​ຜູ້​ອາ​ຍຸ​ສູງ, ຂົນ​ຂວາຍ​ບໍ​ລິ​ຈາກ​ເງິນ​ສະ​ໜັບ​ສະ​ໜູນ​ຜ້າ​ຫົ່ມ ແລະ ໂສ້ງ​ເສື້ອ​ກັນ​ໜາວ, ຢື້​ຢາມ​ຖາມ​ຂ່າວ, ໜູນ​ຊ່ວຍ​ດ້ານ​ທັນ​ຍາ​ຫານ, ກໍ່​ສ້າງ​ເຮືອນ​ຢູ່​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ທ​ຸກ​ຍາກ.


ຂ່າວ/ບົດ​ອື່ນ