ປຸກລະດົມລາຍການເຂົ້າຮ່ວມການເຄື່ອນໄຫວຕ່າງໆພ້ອມກັບມໍລະດົກວັດທະນະທຳບໍ່ມີຮູບຮ່າງຫວຽດນາມປີ2016

ປຸກລະດົມລາຍການເຂົ້າຮ່ວມການເຄື່ອນໄຫວຕ່າງໆພ້ອມກັບມໍລະດົກວັດທະນະທຳບໍ່ມີຮູບຮ່າງຫວຽດນາມປີ2016 - ảnh 1
(ພາບ​ປະ​ກອບ: hanoimoi.com.vn)

(vovworld) - ຕ​ອນ​ບ່າຍ​ວັນ​ທີ 18/08, ກອ​ງ​ທຶນ​ວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ ໄດ້​ປ​ຸກ​ລະ​ດົມ​ລາຍ​ການ “ກັບ​ເມື່ອ​ບ້ານ​ເກີດ​ເມືອງນອນ - ​ເຂົ້າຮ່ວ​ມ​​ການ​ເຄື່ອ​ນ​ໄຫວ​ຕ່າງໆ​ພ້ອມ​ກັບມ​ໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ຫວຽດ​ນາມ ​ປີ 2016”. ຮູບ​​ການ​ຈັດ​ຕັ້ງ​ລາຍ​ການ​ໃຫ້​ກຸ່ມ​ໄວ​ໜຸ່ມ​ເຂ​ົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​​ຕ່າງໆ​ຢູ່ບັນ​ດາມ​ໍ​ລະ​ດົກ​, ຢູ່​ສະ​ຖານ​ທໄດ້​ຮັບ​ການ​ກຳ​ເນີດ​, ພັດ​ທະ​ນາ ແລະ ​ຫັນ​ປ່ຽນ. ເນື້ອ​ໃນ​ການ​ເຄື່ອນ​ໄຫວ​ໄດ້​ຮັບ​ການ​ຄັດ​ເລືອກ​ຈາກ​ແຫຼ່​ງ​ຊັບ​ພະ​ຍາ​ກອນມ​ໍ​ລະ​ດົກວັດ​ທະ​ນະ​ທຳ​ທີ່​ອຸ​ດົມ​ສົມ​ບຸນ​ຂອງ​ຮ່າ​ໂນ້ຍ ເວົ້າ​ສະ​ເພາະ ແລະ ຫວຽດ​ນາມ ເວົ້າ​​ລວມ. ທ່ານ ດິງ​ແທງ​ຕຽນ, ຢູ່​ບ້ານ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ ດ່າວ​ທູກ ໃຫ້​ຮູ້​ວ່າ.

        “ເລື່ອງ​ເສີມ​ຂະ​ຫຍາຍ ແລະ ຮັກ​ສາ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບັນ​ຫາ​ຕ້ອງ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ກອງ​ທຶນ​ວັດ​ທະ​ນະ​ທຳ​ຮ່າ​ໂນ້ຍ ໄດ້​ສົມ​ທົບ​ກັບບ້ານ​ຟ້ອນ​ຕຸກ​ກະ​ຕາ​ນ້ຳ ດ່າວ​ທູກ ປະ​ຕິ​ບັດ​ລາຍ​ການ​​ເຂົ້າຮ່ວມ​​ການ​ເຄື່ອນ​ໄຫວ​ຕ່າງໆ​ພ້ອມ​ກັບ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ບໍ່​ມີ​ຮູບ​ຮ່າງນີ້ ເພື່ອ​ແນ​ໃສ່ແນະ​ນຳ​ໃຫ້​ເພື່ອ​ນ​ໜຸ່ມ​ກ່ຽວ​ກັບ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ​ໃຫ້​ຫຼາຍກວ່າ”.

ຂ່າວ/ບົດ​ອື່ນ