ປຸກລະດົມລາຍການ“ເຈື່ອງຊາຂຽວ”

ປຸກລະດົມລາຍການ“ເຈື່ອງຊາຂຽວ” - ảnh 1
ປຸກລະດົມ​ລາຍການ “​ເຈື່ອງ​ຊາ​ຂຽວ” ​ໄລຍະ 2016 – 2018
(ພາບ: Minh Châu/dangcongsan.vn)

(vovworld) –  ຕອນ​ບ່າຍ​ວັນ​ທີ 10/3, ຢູ່​ຮ່າ​​ໂນ້ຍ, ສູນ​ກາງ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ ​ໂຮ່ຈີ​ມິນ ​ໄດ້​ສົມທົບ​ກັບ​ເຫຼົ່າ​ທັບ​ເຮືອ ປຸກລະດົມ​ລາຍການ “​ເຈື່ອງ​ຊາ​ຂຽວ” ​ໄລຍະ 2016 – 2018. ລາຍການ​ເພື່ອ​ແນ​ໃສ່​ຫັນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບັ້ນ​ຂົນຂວາຍ “ສາຍ​ໃຈ​​ເຂດ​ຊາຍ​ແດນ,ທະ​ເລ​ໝູ່​ເກາະ” ​ເປັນ​ລະອຽດ, ​ເສີມ​ຂະ​ຫຍາ​ຍກຳລັງ​ແຮງ​ສັງ​ລວມ​ໃນ​ວຽກ​ງານ​ໂຄ​ສະນາ, ຂົນຂວາຍ​ໄວ​ໜຸ່ມ​ໃນ​ທົ່ວ​ປະ​ເທດຕັ້ງໜ້າເຂົ້າ​ຮ່ວມ​​​ພາລະກິດ​ປົກ​ປັກ​ຮັກສາ​ອະທິປະ​ໄຕທະ​ເລ, ໝູ່​ເກາະ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີສະໜິດ​ຕິດ​ພັນ​ລະຫວ່າງ​ສະມາ​ຊິກຊາວ​ໜຸ່ມ, ຊາວ​ໜຸ່ມ​ໃນ​ທົ່ວ​ປະ​ເທດກັບ​ປະຊາຊົນ, ພະນັກງານ, ນັກຮົບ​ເມືອງ​ເກາະ ​ເຈື່ອງ​ຊາ.

        ຄາດ​ວ່າ, ​ໃນ​ປີ 2016, ສູນ​ກາງ​ຄະນະ​ຊາວ​ໜຸ່ມ ສືບ​ຕໍ່​ຕິດຕາມ​ຜົນງານ, ບຸລະນະ​ສ້ອມ​ແປງ​ອຸປະກອນກັ່ນນຳ້​ທະ​ເລ​​ເປັນ​ນຳ້​ຈືດ ທີ່​ພວມ​​ນຳ​ໃຊ້​​ໃນ​ເກາະ ​ເຈື່ອງ​ຊາດົງ… ອ້າຍ ​ເຈີ່ນ​ຫວູ​ແທ່ງ, ປະທານ​ສະ​ໂມ​ສອນ​​ປັກ​ຍາ​ຊົນ​ໜຸ່ມ ຮ່າ​ໂນ້ຍ ຂຶ້ນ​ກັບ​ສະຫະ​ພັນ​ບັນດາ​ສະມາຄົມ​ວິທະຍາສາດ​ເຕັກນິກ ຮ່າ​ໂນ້ຍ, ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ: ອຸປະກອນກັ່ນຳ້​ທະ​ເລ ​ເປັນ​ນຳ້​ຈືດ​ມີ​ຄວາມ​ໝາຍ​​ຮັບ​ໃຊ້​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ພະນັກງານ, ນັກຮົບ​ດີທີ່​ສຸດ, ຍ້ອນ​ວ່າ​ໝູ່​ເກາະ ​ເຈື່ອງ​ຊາ ​ເຄີຍ​ຖືກ​ແຫ້ງ​ແລ້ງ​ເປັນ​ເວລາ 5 ​ເດືອນ​​ໃນ​ປີ ດັ່ງ​ນັ້ນ​ຂາດ​ແຄນ​ນຳ້​ຈືດ​ຫຼາຍ. ​ເມື່ອ​ນຳ​ໃຊ້​ອຸປະກອນ​ກັ່ນ​ນຳ້​ນີ້ມັນ​ຈະ​ຕອບ​ສະໜອງ​ຄວາມ​ຕ້ອງການ​ດ້ວຍນຳ້​ຈືດ​ຕາມ​ມາ​ດຕະຖາ​ນຢ່າງ​ພຽງພໍ​ໃຫ້​ແກ່​ນັກຮົບ ​ແລະ ປະຊາຊົນ​ໃນ​ເກາະ ​ເຈື່ອງ​ຊາ ​ໃນ​ຊຸມ​ເດືອນ​ແຫ້ງ​ແລ້ງ.”


ຂ່າວ/ບົດ​ອື່ນ