ປຸກລະດົມ​ວັນ​ບຸນ​ປູກ​ຕົ້ນ​ໄມ້ ​ໃນ​ລະດູບານ​ໃໝ່ປີ​ຊວດ 2020 ​ໃນ​ທົ່ວ​ປະ​ເທ​ດ

(VOVWORLD) -ໃນຕະຫຼອດໄລຍະ 60 ກວ່າປີທີ່ຜ່ານມາ, ອໍານາດການປົກຄອງທ້ອງຖິ່ນ ພ້ອມດ້ວຍປະຊາຊົນໃນທົ່ວປະເທດ ໄດ້ຕອບສະໜອງ ແລະ ຕັ້ງໜ້າເຂົ້າຮ່ວມຂະບວນການປູກຕົ້ນໄມ້, ປູກປ່າ, ປົກປັກຮັກສາປ່າໄມ້.
ປຸກລະດົມ​ວັນ​ບຸນ​ປູກ​ຕົ້ນ​ໄມ້ ​ໃນ​ລະດູບານ​ໃໝ່ປີ​ຊວດ 2020 ​ໃນ​ທົ່ວ​ປະ​ເທ​ດ - ảnh 1 ທ່ານນາງຮອງປະທານປະເທດຫວຽດນາມ ດັ່ງທິກງອກທິ້ງເຂົ້າຮ່ວມວັນບຸນປູກຕົ້ນໄມ້ (ພາບ: TTXVN) 

ຕອນເຊົ້າວັນທີ 30 ມັງກອນ, ຢູ່ເຂດປູຊະນີຍະສະຖານປະຫວັດສາດ ວິຫານ ຮຸ່ງ, ນະຄອນຫວຽດຈີ່, ແຂວງຝູເທາະ, ກະຊວງກະສິກໍາ ແລະ ພັດທະນາຊົນນະບົດຫວຽດນາມ ໄດ້ສົມທົບກັບ ຄະນະກໍາມະການປະຊາຊົນແຂວງ ຝູເທາະ ຈັດຕັ້ງ “ວັນບຸນປູກຕົ້ນໄມ້ ຈົດຈໍາບຸນຄຸນປະທານໂຮ່ຈີມິນຕະຫຼອດໄປ” ເນື່ອງໃນໂອກາດລະດູບານໃໝ່ປີຊວດ 2020 ໂດຍມີການເຂົ້າຮ່ວມຂອງທ່ານນາງຮອງປະທານປະເທດຫວຽດນາມ ດັ່ງທິກງອກທິ້ງ.

        ເພື່ອປະຕິບັດຄໍາສ່ັງສອນຂອງປະທານໂຮ່ຈີມິນທີ່ວ່າ “ລະດູບານໃໝ່ ແມ່ນ ລະດູປູກຕົ້ນໄມ້, ອັນໄດ້ເຮັດໃຫ້ປະເທດຊາດນັບມື້ນັບເຂັ້ມແຂງ, ພັດທະນາ”, ໃນຕະຫຼອດໄລຍະ 60 ກວ່າປີທີ່ຜ່ານມາ, ອໍານາດການປົກຄອງທ້ອງຖິ່ນ ພ້ອມດ້ວຍປະຊາຊົນໃນທົ່ວປະເທດ ໄດ້ຕອບສະໜອງ ແລະ ຕັ້ງໜ້າເຂົ້າຮ່ວມຂະບວນການປູກຕົ້ນໄມ້, ປູກປ່າ, ປົກປັກຮັກສາປ່າໄມ້ ແລະ ບັນລຸໄດ້ບັນດາໝາກຜົນທີ່ຍິ່ງໃຫຍ່ກວ່າອີກ. ຜ່ານນັ້ນ, ປະກອບສ່ວນພັດທະນາເສດຖະກິດ-ສັງຄົມ, ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ, ເສີມຂະຫຍາຍໜ້າທີ່ ປ້ອງກັນປ່າໄມ້, ປົວແປງສິ່ງແວດລ້ອມ, ຫຼຸດຜ່ອນໄພທໍາມະຊາດ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.



ຕອບກັບ

ຂ່າວ/ບົດ​ອື່ນ