ປຸກ​ລະ​ດົມ​ວັນ​ສິດ​ຂອງ​ຜູ້​ບໍ​ລິ​ໂພກ ຫວຽດ​ນາມ ປີ 2024

(VOVWORLD) -   ຕອນເຊົ້າວັນທີ 15 ມີນາ, ຢູ່ ຮ່າໂນ້ຍ, ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ຈັດພິທີປຸກລະດົມການສະໜອງວັນສິດຂອງຜູ້ບໍລິໂພກ ຫວຽດນາມ ດ້ວຍຫົວເລື່ອງ “ຂໍ້ມູນຈະແຈ້ງ, ການບໍລິໂພກປອດໄພ”.
ປຸກ​ລະ​ດົມ​ວັນ​ສິດ​ຂອງ​ຜູ້​ບໍ​ລິ​ໂພກ ຫວຽດ​ນາມ ປີ 2024 - ảnh 1(ພິທີປຸກລະດົມການສະໜອງວັນສິດຂອງຜູ້ບໍລິໂພກ ຫວຽດນາມ)

      ກ່າວຄຳເຫັນທີ່ພິທີ, ທ່ານ ຫງວຽນຊິງເຍິດເຕີນ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ເນັ້ນໜັກວ່າ, ການຈັດບັນດາການເຄື່ອນໄຫວຕອບແທນ ມຸ່ງໄປເຖິງຜູ້ບໍລິໂພກ ໃນວັນສິດຂອງຜູ້ບໍລິະໂພກ ແລະ ການປະຕິບັດກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກປີ 2023 ມີຜົນບັງຄັບໃຊ້ໃນວັນທີ 1 ກໍລະກົດຈະມາເຖິງ ຈະປະກອບສ່ວນເພີ່ມທະວີປະສິດທິຜົນໃນການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ຫວຽດນາມ ໃນໄລຍະທີ່ຈະມາເຖິງ:

ກົດໝາຍວ່າດ້ວຍການປົກປ້ອງຜູ້ບໍລິໂພກປີ 2023 ໄດ້ເພີ່ມເຕີ່ມຫຼາຍຂໍ້ກຳນົດ ເພື່ອຮັບປະກັນຄວາມເປັນເອກະພາບກັບລະບົບກົດໝາຍປະຈຸບັນ ແລະ ດັບປັບບັນດາບັນຫາເກີດໃໝ່ຢ່າງທັນການ, ໃນນັ້ນ, ຫຼາຍຂໍ້ກຳນົດມີລັກສະນະເປັນຂີດໝາຍ, ເປັນຄັ້ງທຳອິດໄດ້ປະກົດໃນລະບົບກົດໝາຍກ່ຽວກັບ ການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ. ໜຶ່ງໃນບັນດາຂໍ້ກຳນົດຢູ່ກົດໝາຍວ່າດ້ວຍການປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກປີ 2023 ມີຄວາມໝາຍຫຼາຍຢ່າງຕໍ່ຜູ້ບໍລະໂພກ ແລະ ວຽກງານປົກປ້ອງສິດຜົນປະໂຫຍດຂອງຜູ້ບໍລິໂພກ ແມ່ນສືບຕໍ່ເອົາວັນທີ 15 ມີນາຂອງແຕ່ລະປີແມ່ນວັນສິດຜົນປະໂຫຍດຂອງຜູ້ບໍລິໂພກ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ