ປຸກລະດົມວັນແລ່ນມາຣາທອນOlympicເພື່ອສຸຂະພາບທົ່ວປວງຊົນປີ 2015

ປຸກລະດົມວັນແລ່ນມາຣາທອນOlympicເພື່ອສຸຂະພາບທົ່ວປວງຊົນປີ 2015 - ảnh 1
ທ່ານ​ຫວູ​ດືກ​ດາມ​ເຂົ້າ​ຮ່ວມ​ພິ​ທີ
ພາບ:tuoitre.vn

(vovworld)-​ເພື່ອ​ສະ​ເຫລີມ​ສະ​ຫລອງ 69 ປີ​ແຫ່ງວັນ​ກິ​ລາ ຫວຽດ​ນາມ (27/3/1946-27/3/2015), 7 ໂມງ​ເຊົ້າ​ວັນ​ທີ 22/3 ຢູ່ ສວນ​ອຸ​ທິ​ຍານ ຫລີ​ທາຍ​ໂຕ ຮ່າ​ໂນ້ຍ, ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ, ຄະ​ນະ​ກຳ​ມະ​ການ​ປ​ະ​ຊາ​ຊົນ​ນະ​ຄອນ ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ ໄດ້​ສົມ​ທົບ​ກັນ​ຈັດ​ຕັ້ງ​ພິ​ທີ​ປຸກ​ລະ​ດົມ​ວັນ​ແລ່ນ​ມາ​ຣາ​ທອນ Olympic ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ ປີ 2015. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດືກ​ດາມ ໄດ້​ເຂົ້າ​ຮ່ວມ​ເຫດ​ການນີ້.

        ໃນ​ສູນ​ທອດ​ພົດ​ອ່ານ​ທີ່​ພິ​ທີ​ປຸກ​ລະ​ດົມ, ທ່ານ ຮ່​ວາງ​ຕວນ​ແອງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ, ປະ​ທານ​ຄະ​ນະ​ກຳ​ມະ​ການ Olympic ຫວຽດ​ນາມ ເນັ້ນ​ຫນັກ​ວ່າ: ເລື່ອງ​ຈັດ​ຕັ້ງ​ວັນ​ແລ່ນ​ມາ​ຣາ​ທອນ Olympic ເພື່ອ​ສຸ​ຂະ​ພາບ​ທົ່ວ​ປວງ​ຊົນ ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ ເພື່ອ​ຈຸດ​ປະ​ສົງ​ຍູ້​ແຮງກ​ານ​ຂົນ​ຂວາຍ​ທົ່ວ​ປວ​ງ​ຊົນ​ຫັດ​ກາຍ ພ້ອມ​ທັງ​ສ້າງວັນແລ່ນມາ​ຣາ​ທອນ Olympic ກາຍ​ເປັນ​ການ​ເຄື່ອນ​ໄຫວ​ເປັນ​ປະ​ຈຳ​ໃນ​ປະ​ຈຳ​ປີ. ວັນ​ແລ່ນມາ​ຣາ​ທອນ Olympic ໄດ້​ດຶງ​ດູດ 3000 ຄົນ​ເຂົ້າ​ຮ່ວມ.

 

ຂ່າວ/ບົດ​ອື່ນ