ປຸກລະດົມສັບປະດາຮັບປະກັນຄວາມປອດໄພ,ອະນາໄມໃນການອອກແຮງງານ-ປ້ອງກັນ,ຕ້ານອັກຄີໄພ

ປຸກລະດົມສັບປະດາຮັບປະກັນຄວາມປອດໄພ,ອະນາໄມໃນການອອກແຮງງານ-ປ້ອງກັນ,ຕ້ານອັກຄີໄພ - ảnh 1
(ພາບ​ປະ​ກອບ​ຈາກ Hữu Việt/TTXVN)

(vovworld) - ຕອນ​ເຊົ້າ​ວັນ​ທີ 15/3, ຢູ່​ນະຄອນ​ວຸງ​ເຕົ່າ (​ແຂວງ​ບ່າ​ເຣ້ຍ - ວຸງ​ເຕົ່າ). ຄະນະ​ຊີ້​ນຳ​ສັບປະດາ​ຮັບປະກັນຄວາມ​ປອດ​ໄພ, ​ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ-ປ້ອງ​ກັນ, ຕ້ານ​ອັກຄີ​ໄພ​ແຫ່ງ​ຊາດ​ສູນ​ກາງ, ​ໄດ້​ຈັດ​ພິທີ​ປຸກລະດົມ​ສັບປະດາ​ຮັບປະກັນຄວາມ​ປອດ​ໄພ, ​ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ-ປ້ອງ​ກັນ, ຕ້ານ​ອັກຄີ​ໄພ ຄັ້ງ​ທີ 17 ປີ 2015, ດ້ວຍ​ຫົວ​ຂໍ້ ”ວິ​ສາ​ຫະກິດ​ແຕ່ລະ​ແຫ່ງ, ຜູ້​ອອກ​ແຮງ​ງານ​ແຕ່​ລະ​ຄົນ​ເປັນ​ເຈົ້າ​ການ​ນຳ​ໃຊ້​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ອຸບັດຕິ​ເຫດ​ໃນ​ການ​ອອກ​ແຮງ​ງານ, ອັກຄີ​ໄພ​ເພື່ອ​ປ້ອງ​ກັນ​ຕົນ​ເອງ, ວິ​ສາ​ຫະກິດ ​ແລະ ສັງຄົມ”. ສັບປະດາ​ນີ້ ​ເພື່ອ​ແນ​ໃສ່​ຮຽກຮ້ອງ​ບັນດາ​ວິ​ສາ​ຫະກິດ, ຜູ້ນຳ​ໃຊ້​ແຮງ​ງານ, ຜູ້​ອອກ​ແຮງ​ງານ ​ແລະ ທົ່ວ​ສັງຄົມ​ຮ່ວມ​ແຮງ​, ຮ່ວມ​ໃຈ, ພ້ອມ​ກັນ​ກະທຳ​ເພື່ອ​ປະຕິບັດ​ວຽກ​ງານ​ຮັບປະກັນ​ຄວາມ​ປອດ​ໄພ, ອະນາ​ໄມ​ໃນ​ການ​ອອກ​ແຮງ​ງານ ​ແລະ ​ປ້ອງ​ກັນ, ຕ້ານ​ອັກຄີ​ໄພ​ໃຫ້​ດີ. ທ່ານ​ນາງ ​ເລ​ທິຈາງ​ດ່າ​ຍ, ຫົວໜ້າ​ພະ​ແນ​ກ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ແຂວງ​ຮ່າ​ເຣ້ຍ - ວຸງ​ເຕົ່າ, ​ໃຫ້​ຮູ້​ວ່າ:

        “ຫົວ​ຂໍ້​ປີ​ນີ້​ລະອຽດ​ພໍ​ສົມຄວນ ​ແລະ ​ແທດ​ຈິງ​ກວ່າ. ຂ້າພະ​ເຈົ້າ​ຄິດ​ວ່າ​ນີ້​ກໍ່​ແມ່ນ​ວິທີ​ເພື່ອ​ໃຫ້​ພວກ​ເຮົາ​ປ່ຽນ​ໃໝ່​ວິ​ໄສ​ທັດ, ຈີນ​ຕະນາ​ການ ​ແລະ ການ​ກະທຳ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບໍ່​ໝາຍ​ຄວາມ​ວ່າ​ພຽງ​ແຕ່ອີງ​ໃສ່​ເຫດການ​ນີ້​ເທົ່າ​ນັ້ນ, ຫາກ​ພວກ​ເຮົາ​ຍັງ​ຄົງ​ສືບ​ຕໍ່​ໂຄສະນາ​ດ້ານ​ກົດໝາຍ​ ກໍ່​ຄື​ສືບ​ຕໍ່​ກວດກາ, ຕິດຕາມ​ກວດກາ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ການ​ເຝິກ​ອົບຮົມອີກ ​ເພື່ອ​ແບ່ງປັນ​ບົດຮຽນເຖິງ​ຜູ້​ອອກ​ແຮງ​ງານ


ຂ່າວ/ບົດ​ອື່ນ