ປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍແລະປ້ອງກັນຕ້ານການໃຊ້ຄວາມຮຸນແຮງທາງເພດ

ປຸກລະດົມເດືອນກະທຳເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍແລະປ້ອງກັນຕ້ານການໃຊ້ຄວາມຮຸນແຮງທາງເພດ - ảnh 1
ການ​ປຸກລະດົມ​ເດືອນ​ກະທຳ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ - ຊາຍ
 ​ແລະ ປ້ອງ​ກັນ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພ​ດ

(vovworld) -  ຕອນ​ເຊົ້າ​ວັນ​ທີ 13/11 ຢູ່​ໂຮງ​ລະຄອນ​ໃຫຍ່, ນະຄອນ ຮ່າ​ໂນ້ຍ, ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ, ຄະນະ​ກຳ​ມະ​ການ​ແຫ່ງ​ຊາດ​ເພື່ອ​ຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ຫວຽດນາມ ສົມທົບ​ກັບ​ຫ້ອງ​ການ​ສະຫະ​ປະຊາ​ຊາດປະຈຳ ຫວຽດນາມ, ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ຮ່າ​ໂນ້ຍ ຈັດ​ຕັ້ງ​ການ​ປຸກລະດົມ​ເດືອນ​ກະທຳ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ - ຊາຍ ​ແລະ ປ້ອງ​ກັນ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ​ທາງ​ເພ​ດ.

        ກ່າວ​ຄຳ​ເຫັນ​ທີ່​ພິທີ​ປຸກລະດົມ, ທ່ານ ຫງວຽນ​ຈ້ອງ​ດ່າ​ມ ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຢືນຢັນ​ວ່າ: ເລື່ອງປັບປຸງນະ​ໂຍບາຍ​ກົດໝາຍ​ຂອງລັດ, ພ້ອມກັບຄວາມ​ມານະ​ພະຍາຍາມ​ຂອງ​ທຸກຂັ້ນ, ທຸກຂະ​ແໜງ​ການ ພິ​ເສດ​ແມ່ນ​ຄວາມ​ພະຍາຍາມ​ຂອງ​ແມ່ຍິງ​​ເອງ​ໄດ້, ນຳ​ມາ​ໃຫ້​ຜົນງານ​ຫລາຍ​ຢ່າງ​ໃນ​ການ​ປະຕິບັດ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ - ຊາຍ​ຢູ່ ຫວຽດນາມ ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງຈາກ​ປະຊາຊົນ​ສາກົນ. ທ່ານ ຫງວຽນ​ຈ້ອງ​ດ່າ​ມ ຮອງ​ລັດຖະມົນຕີ​ກະຊວງ​ແຮງ​ງານ - ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ​ໃຫ້​ຮູ້​ວ່າ: ​

“ແນວ​ຄິດຕາຍ​ຕົວຈຳ​ແນ​ກການປະພຶດ​ລະຫວ່າງ​ຍິງ - ຊາຍ ກໍ່​ແມ່ນສາຍ​ເຫດ​ທີ່ພາ​ໄປ​ເຖິງ​ການ​ໃຊ້​ຄວາມ​ຮຸນ​ແຮງ​ສຳລັບ​ແມ່ຍິງ ​ແລະ ​ເດັກ​ຍິງ. ປະ​ເທດ​ໜຶ່ງ​ທີ່ເຂັ້ມ​ແຂງ, ມີ​ຄວາມຍຸຕິ​ທຳ, ບໍ່​ມີ​ຄວາມທຸກ​ຍາກ​ອຶດຫິວ ​ແລະ ບໍ່​ມີ​ຜູ້​​ໃດຖືກຖອຍຫລັງ ​ແມ່ນຄວາມ​ມຸ່ງ​ຫວັງ​ອັນ​ຊອບ​ທຳ​ຂອງ​ແຕ່ລະຄົນ. ຄວາມ​​ໄຝ່ຝັນ​ນັ້ນ ຈະ​ປະກົດ​ຜົນ​ເປັນ​ຈິງ​ໂດຍ​ໄວ ຖ້າຫາກວ່າ​ພວກ​ເຮົາ​ທຸກ​ຄົນພ້ອມ​ກັນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພີ່ມ​ພູນ​ຄູນ​ສ້າງດ້ວຍ​ຄວາມ​ຮັບຜິດຊອບ ​ແລະ ນ້ຳ​ໃຈ​ຮັກ​ເພງ​ຢ່າງ​ຄົບ​ຖ້ວນ”.

ຂ່າວ/ບົດ​ອື່ນ