ປຸກລະດົມເດືອນຈຸດສຸມ “ຂະບວນການຕອບບຸນແທນຄຸນ” ປີ 2017

(VOVWORLD) -ວັນທີ 2 ກໍລະກົດ, ຢູ່ແຂວງ ເງະອານ, ສູນກາງສະພາກາແດງ ຫວຽດນາມ ສົມທົບກັບກະຊວງສາທາລະນະສຸກ, ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ແລະ ສູນກາງສະມາຄົມທ່ານໝໍໜຸ່ມ ຫວຽດນາມ ຈັດຕັ້ງພິທີປຸກລະດົມເດືອນຈຸດສຸມກວດ, ປິ່ນປົວພະຍາດມະນຸດສະທຳ ແລະ ສົ່ງເສີມສຸຂະພາບວົງຄະນະຍາດປີ 2017.
ປຸກລະດົມເດືອນຈຸດສຸມ “ຂະບວນການຕອບບຸນແທນຄຸນ” ປີ 2017 - ảnh 1 ພາບປະກອບ

ເດືອນຈຸດສຸມ ກວດ, ປິ່ນປົວພະຍາດມະນຸດສະທຳ ແລະ ສົ່ງເສີມສຸຂະພາບ ວົງຄະນະຍາດປີ 2017 ດ້ວຍຫົວຂໍ້ “ຂະບວນການຕອບບູນແທນຄູນ” ໄດ້ຮັບການຈັດຕັ້ງໃນຕະຫຼອດເດືອນ ກໍລະກົດ ຢູ່ທຸກໆແຂວງ, ນະຄອນ ໃນທົ່ວປະເທດ. ພາຍຫຼັງພິທີປຸກລະດົມ, ທ່ານໝໍໜຸ່ມ ອາສາສະໝັກ 500 ຄົນໄດ້ກວດ, ປິ່ນປົວພະຍາດ, ມອບຢາໂດຍບໍ່ເສຍຄ່າ, ໃຫ້ຄຳປຶກສາສຸຂະພາບໃຫ້ 1.000 ຄົນເຊິ່ງແມ່ນບັນດາເປົ້າໝາຍຄອບຄົວນະໂຍບາຍ, ທະຫານເສຍອົງຄະ ແລະ ຜູ້ທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ