ປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2020

(VOVWORLD) - ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ ແລະ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນຈຳນວນ 10 ປະເທດປະຕິບັດເປົ້າໝາຍທີ 5 ເປັນຢ່າງດີທີ່ສຸດ .
ປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2020 - ảnh 1 ພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍປີ 2020 (ພາບ:

qdnd.vn)

  ວັນທີ 06 ພະຈິກ, ທີ່ກອງບັນຊາການທະຫານເຂດ 3, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກະຊວງປ້ອງກັນປະເທດ ຫວຽດນາມ ຈັດຕັ້ງພິທີປຸກລະດົມເດືອນເຄື່ອນໄຫວເພື່ອຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ ບົນພື້ນຖານທາງເພດແຫ່ງຊາດ 2020 ດ້ວຍຫົວຂໍ້ວ່າ “ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ”.

        ທ່ານນາງ ຫງວຽນທິຮ່າ, ຮອງລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໃຫ້ຮູ້ວ່າ: ຈຸດພົ້ນເດັ່ນໃນການປະຕິບັດຄວາມສະເໝີພາບລະຫວ່າງຍິງ-ຊາຍຢູ່ ຫວຽດນາມ ແມ່ນການສ້າງກອບກົດໝາຍໃຫ້ສຳເລັດ, ສ້າງເງື່ອນໄຂໃຫ້ແມ່ຍິງມີໂອກາດໄດ້ສຳຜັດ ແລະ ເຂົ້າຮ່ວມການເຄື່ອນໄຫວຊີວິດດ້ານການເມືອງ, ເສດຖະກິດ, ວັດທະນະທຳສັງຄົມໃຫ້ຫລາຍກ່ວາອີກ. ບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໄດ້ຮັບການຮັບຮູ້ຈາກປະຊາຄົມສາກົນ ແລະ ໄດ້ຮັບການຕີລາຄາວ່າແມ່ນໜຶ່ງໃນຈຳນວນ 10 ປະເທດປະຕິບັດເປົ້າໝາຍທີ 5 ເປັນຢ່າງດີທີ່ສຸດ ກ່ຽວກັບການຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ, ເດັກຍິງທຸກຄົນ ໃນເປົ້າໝາຍພັດທະນາແບບຍືນຍົງຂອງສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ