ປຸກລະດົມເດືອນ“ເພື່ອຄົນທຸກຍາກ”ປີ2016

ປຸກລະດົມເດືອນ“ເພື່ອຄົນທຸກຍາກ”ປີ2016 - ảnh 1
ປຸກລະດົມເດືອນ“ເພື່ອຄົນທຸກຍາກ”ປີ2016

(vovworld)- ເນື​່ອງໃນ​ໂອ​ກາດວັນ “ຕ້ານ​ໄພ​ອຶດ​ຫິວ​ສາ​ກົນ”  ແລະ ວັນ “ເພື່ອ​ຄົນ​ທຸກ​ຍາກ​ຫວຽດ​ນາມ”, ຕອນ​ເຊົ້າ​ ວັນ​ທີ 17/10, ຢູ່​ຮ່າ​ໂນ້ຍ, ໄດ້​ດຳ​ເນີນ​ພິ​ທີ​ປຸກ​ລະ​ດົມ​ເດືອນ​ “ເພື່ອ​ຄົນ​ທຸກ​ຍາກ” (ແຕ່​ວັນ​ທີ 17/10-18/10/2016). ໃນ 15 ປີຜ່ານ​ມາ, ກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ 4 ຂັ້ນ ໄດ້​ຮັບເງິນ​ສະ​ໜັບ​ສະ​ໜູນຄົນ​ທຸກ​ຍາກ ຈຳ​ນວນ 11.450 ຕື້​ດົ່ງ. ບັນ​ດາ​ຜົນງານ​ດັ່ງ​ກ່າວ​ມີ​ຄວາ​ມ​ໝາຍ​ສຳ​ຄັນ ​ທາງ​ດ້ານ​ການ​ເມືອງ​ ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ມະ​ນຸດ ປະ​ກອບ​ສ່ວນ​ເຮັດ​ໃຫ້​ ປະ​ເທດ​ຫວຽດ​ນາມ ​ນັ​ບມື້​ນັບ​ມີ​ປະ​ສິດ​ທິ​ພາບ​ດ້ານ​ສັງ​ຄົມ​ກ່​ວາ, ມູນ​ເຊື້ອ​ສາ​ມັກ​ຄີ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ ແລະ ກັນ​ຂອງ​ຂຊາວ​ຫວຽດ​ນາມ​ສືບ​ຕໍ່​ໄດ້​ຮັບ​ການຢັ້ງ​ຢືນ. ກ້າວ​ເຂົ້າ​ສູ່​ໄລ​ຍະ​ໃໝ່, ຫວຽດ​ນາມ ຍັງ​ມີ​ບັນ​ດາ​ສິ່ງ​ທ້າຍ​ທາຍ ​ເພາະ​ມາດ​ຕະ​ຖານ​ຄວາມ​ທຸກ​ຍາກ​ ໄດ້​ປ່ຽນ​ແປງ​ໃໝ່ ດ້ວຍ 14 ລ້ານ​ຄົນ ພວມ​​ດຳ​ລົງ​ຊີ​ວິດ​ໃນ​ສະ​ພາບ​ທຸກ​ຍາກ ແລະ ປະ​ສົບ​ຄວາມ​ທຸກ​ຍາກ, ​​ຍ້ອນ​ແນວນັ້ນ ແຕ່​ລະ​ຄົວເຮືອນ​​ຕ້ອງການໄດ້​ຮັບ​ການ​​ໜູນ​ຊ່ວຍ​ຂອງ​ລັດ ແລະ ທົ່ວ​ສັງ​ຫຼາຍ​ທີ່​ສຸດ. ກ່າວ​ຄວາມ​ເຫັນ​ນະ​ທີ່ນີ້, ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ເວ​ືອງ​ດິ່ງ​ເຫ້ວ ເຊື່ອ​ໝັ້ນ​ວ່າ: ການ​ຂົນ​ຂວາຍ​ສະ​ໜັບ​ສະ​ໜູນກອງ​ທຶນ “ເພື່ອ​ຄົນ​ທຸກ​ຍາກ” ໂດຍ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​​ຫວຽດ​ນາມ ປຸກ​ລະ​ດົມ​ຈະ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ ​ປະ​ຊາ​ຄົມ​ ສັງ​ຄົມພາຍ​ໃນ​ ແລະ ຕ່າງ​ປະ​ເທດ ຢ່າງ​ກ້​ວາງ​ຂວາງກວ່າ​ອີກ, ປະ​ກອບ​ສ່ວນ​ປະ​ຕິ​ບັດ​ຄາດ​ໝາຍ​ເປັນ​ປະ​ເທດຫຼຸດ​ພົ້ນ​ອອກ​ຈາກ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ.

        ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ແບບ​ຍືນ​ຍົງ ​ຕາມ​ມາດ​ຕະ​ຖານ​ຄວາມ​ທຸກ​ຍາກຫຼາຍ​ດ້ານ ແມ່ນ​ໜຶ່ງ​ໃນ​ແຜນ​ນະ​ໂຍ​ບາຍ​ໃຫຍ່​​​ໃນປັດ​ຈຸ​ບັນ​ຂອງ​ພັກ, ລັດ​ຫວຽດ​ນາມ. ພັກ, ​ລັດ ​​ມີແຜນ​ນະ​ໂຍ​ບາຍພັດ​ທະ​ນາ​ເສດ​ຖະ​ກິດ ​ຕິດ​ພັນ​ກັບ​ຄວາມ​ກ້າວ​ໜ້າ, ​ຍຸດ​ຕິ​ທຳໃນ​ສັງ​ຄົມ; ສົ່ງ​ເສີມ​ທົ່ວ​ປວງ​ຊົນ ເຂົ້າ​ຮ່ວມ​ບັນ​ດາ​ການ​ຂົນ​ຂວາຍ, ຂະ​ບວນ​ການ​ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຜູ້​ທຸກ​ຍາກ​ປະ​ຊາ​ຊົນ​ປະ​ສົບ​ໄພ​ທຳ​ມະ​ຊາດ, ທັງ​ສ້າງ​ເງື່ອນ​ໄຂ​ສົ່ງ​ເສີມ​ຜູ້​ທຸກ​ຍາກ ​ມີ​ເຈດ​ຈຳ​ນົງ​ບືນ​ຕົວ​ຂື້ນ ຫຼຸດ​ອອກ​ຈາກ​ຄວາມ​ທຸກ​ຍາກ, ສ້າງ​ຄວາມຮັ່ງ​ມີ​ເທື່ອ​ລະ​ກ້າວ, ຄ່ອຍ​ຮັດ​ແຄບຊ່ອງວ່າງຄວາມ​ຮັງ​ມີ-ທຸກ​ຍາກ ລະ​ຫວ່າງ ບັນ​ດາ​ເຂດ, ​ປະ​ຊາ​ຊົນທຸກ​ຊັ້ນວັນ​ນະ … ພາ​ລະ​ກິດນີ້ ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ສຳ​ເລັດ ​ເມື່ອ​​ມີ​ລະ​ດົມ ກຳ​ລັງແຮງ​ສັງ​ລວ​ມ​ ​ຂອງ​ທົ່ວ​ປວງ​ຊົນ, ທົ່ວ​ລະ​ບົບ​ການ​ເມືອງ; ເສີມ​ຂະ​ຫຍາຍກຳ​ລັງ​ພາຍ​ໃນສົມ​ທົບ ​ກັບ​ການ​ຊ່ວຍ​ເຫຼືອ​ຂອງ​ເພື່ອນ​ມິດ​ສາ​ກົນ​ໄດ້​ເທົ່າ​ນັ້ນ.

        ທີ່​ພິ​ທີ​ປຸກ​ລະ​ດົມ, ຕາງ​ໜ້າ​ບັນ​ດາ​ຄະ​ນະ, ຂະ​ແໜງ, ​ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂັ້ນສູນ​ກາງ ໄດ້​ຕອບ​ສະ​ໜອງການ​ສະ​ໜັບ​ສະ​ໜູນກອງ​ທຶນ “ເພື່ອ​ຄົນ​ທຸກ​ຍາກ” ສູນ​ກາງ​ ຜ່ານ​ການ​ສົ່ງ​ຂໍ້​ຄວາມ​ ຫາ​ໝາຍ​ເລກ 1400 ແລະ ມອບ​ເງິນ​ສະ​ໜັບ​ສະ​ໜູນ ​ຜ່ານກອງ​ທຶນ​ເພື່ອ​ຄົນ​ທຸກ​ຍາກ​ສູນ​ກາງ ກວ່າ 17 ຕື້​ດົ່ງ.

ຂ່າວ/ບົດ​ອື່ນ