ປຸກ​ລະ​ດົມ​ໂຄງ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ບັນ​ເທົາ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ ປີ 2024”

(VOVWORLD) - ໂຄງການແມ່ນເພື່ອແນໃສ່ຂົນຂວາຍປະຊາຊົນຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງສະໜັບສະໜູນເພື່ອໜູນຊ່ວຍຄ່າໃຊ້ຈ່າຍໃນການກວດປິ່ນປົວພະຍາດ, ຮຽນວິຊາຊີບ, ກໍ່ສ້າງ, ສ້ອມແປງເຮືອນແຫ່ງຄວາມເມດຕາ
ປຸກ​ລະ​ດົມ​ໂຄງ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ບັນ​ເທົາ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີ​ສົ້ມ ປີ 2024” - ảnh 1ການປຸກລະດົມໂຄງການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ, ປີ 2024”
(ພາບ: VOV)

ຕອນບ່າຍວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ແລະ ປະຕູຖານເອເລັກໂຕນິກມະນຸດສະທຳແຫ່ງຊາດ, ແອັບການກຸສົນ MB ໄດ້ຈັດການປຸກລະດົມໂຄງການ “ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ, ປີ 2024” ດ້ວຍຫົວຂໍ້ “ສ້າງອະນາຄົດທີ່ສົດໄສ”. ນີ້ແມ່ນການເຄື່ອນໄຫວມຸ່ງໄປເຖິງການສະເຫຼີມສະຫຼອງ 63 ປີແຫ່ງໄພພິບັດທາດພິດສີສົ້ມຢູ່ ຫວຽດນາມ (10/8/1691 – 10/8/2024). ໂຄງການແມ່ນເພື່ອແນໃສ່ຂົນຂວາຍປະຊາຊົນຮ່ວມແຮງຮ່ວມໃຈ, ປະກອບເຫື່ອແຮງສະໜັບສະໜູນເພື່ອໜູນຊ່ວຍຄ່າໃຊ້ຈ່າຍໃນການກວດປິ່ນປົວພະຍາດ, ຮຽນວິຊາຊີບ, ກໍ່ສ້າງ, ສ້ອມແປງເຮືອນແຫ່ງຄວາມເມດຕາ, ມອບຂອງຂວັນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ປະສົບກັບຄວາມຫຍຸ້ງຍາກໃນທົ່ວປະເທດ. ໂຄງການວາງເປົ້າໝາຍຂົນຂວາຍໄດ້ເງິນກ່ວາ 2 ຕື້ດົ່ງ (ເກືອບ 85.000 USD) ເພື່ອໜູນຊ່ວຍການກວດປິ່ນປົວພະຍາດ, ຟື້ນຟູຮ່າງກາຍ; ໜູນຊ່ວຍການກູ້ຢຶມເງິນທຶນເພື່ອທຳການຜະລິດ, ກໍ່ສ້າງ, ສ້ອມແປງເຮືອນໃໝ່, ໜູນຊ່ວຍຄອບຄົວຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ. ທີ່ພິທີປຸກລະດົມ, ທ່ານພົນຕີ ຫງວຽນຮຶວຈິງ ປະທານສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຫວຽດນາມ ຮຽກຮ້ອງວ່າ:

ປັດຈຸບັນ, ຫວຽດນາມຍັງມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມນັບລ້ານຄົນ, ເຂົາເຈົ້າແມ່ນຄົນທີ່ເປັນພະຍາດປົວຍາກ, ດ້ວຍຄວາມເຈັບປວດທັງທາງຮ່າງກາຍ ແລະ ຈິດໃຈ. ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຕ້ອງໄດ້ຮັບການແບ່ງປັນ ແລະ ການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມເພື່ອລົບລ້າງຄວາມເຈັບປວດ, ຄວາມທຸກຍາກ. ແຕ່ລະຂໍ້ຄວາມທີ່ສົ່ງໄປຈະໄດ້ຮັບການສະແດງຄວາມຮູ້ບຸນຄຸນຢ່າງເລິກເຊິ່ງຈາກຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ຕອບກັບ

ຂ່າວ/ບົດ​ອື່ນ