ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ -ນິວເຊີແລນຄັ້ງທີ 12

(VOVWORLD) -ການຮ່ວມມື ລະຫວ່າງຫວຽດນາມ ແລະນິວເຊີແລນ ພວມພັດທະນາຢ່າງແຮງ, ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈກໍ່ຄື ບົດບາດສຳຄັນຂອງກະຊວງການຕ່າງປະເທດສອງປະເທດ ໃນການພັດທະນານີ້. 
ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ -ນິວເຊີແລນຄັ້ງທີ 12 - ảnh 1ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢູງ ທີ່ກອງປະຊຸມປຶກສາຫາລື (ພາບ:baoquocte.vn)

ວັນທີ 13 ພຶດສະພາ, ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວັກຢູ໋ງ ແລະ ຜູ້ຮັກສາການຮອງລັດຖະມົນຕີ ການຕ່າງປະເທດ ແລະການຄ້າ ນິວເຊີແລນ Mark Sinclair ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງ ຄັ້ງທີ 12 ລະຫວ່າງສອງປະເທດ ຕາມຮູບການອອນລາຍ.

ທີ່ກອງປະຊຸມ ສອງຝ່າຍລ້ວນແຕ່ຕີລາຄາວ່າ ການຮ່ວມມື ລະຫວ່າງຫວຽດນາມ ແລະນິວເຊີແລນ ພວມພັດທະນາຢ່າງແຮງ, ນັບມື້ນັບມີຄວາມໄວ້ເນື້ອເຊື່ອໃຈກໍ່ຄື ບົດບາດສຳຄັນຂອງກະຊວງການຕ່າງປະເທດສອງປະເທດ ໃນການພັດທະນານີ້. ສອງຝ່າຍແລກປ່ຽນກ່ຽວກັບບັນດາມາດຕະການລະອຽດໃນການຊຸກຍູ້ການພົວພັນສອງຝ່າຍ ເຫັນດີສ້າງ ແລະ ລົງນາມໃນໂຄງການດຳເນີນງານຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປີ 2021, ເພີ່ມທະວີການສະຫນິດຕິດພັນດ້ານການເມືອງ, ການທູດຜ່ານເລື່ອງຊຸກຍູ້ບັນດາການຢ້ຽມຢາມ ພົບປະຂັ້ນສູງ ແລະທຸກຂັ້ນ ໃນທຸກຊ່ອງທາງ ແລະຮັກສາ ເສີມຂະຫຍາຍປະສິດທິຜົນກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວເປັນປະຈຳ.

ສອງຝ່າຍໃຫ້ຄຳໝັ້ນສັນຍາ ສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນ ແລະ ສະຫນັບສະຫນູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະສາກົນ. ສອງຝ່າຍກໍ່ແລກປ່ຽນບັນດາບັນຫາສາກົນ ແລະພາກພື້ນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ