ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ ແລະ ອາແຊກໄບຢານ

(VOVWORLD) -ວັນທີ 12 ມີນາ ຢູ່ ຮ່າໂນ້ຍ,  ທ່ານ ບູ່ຍແທງເຊີນ, ຮອງລັດຖະມົນຕີ ຜູ້ປະຈຳການກະຊວງການຕ່າງປະເທດຫວຽດນາມ  ແລະ ທ່ານ Ramiz Hasanov    ຮອງລັດຖະມົນຕີການຕ່າງປະເທດ ອາແຊກໄບຢານ ໄດ້ດຳເນີນການປຶກສາຫາລືດ້ານການເມືອງ ເພື່ອແນໃສ່ແລກປ່ຽນສະພາບການການພົວພັນສອງຝ່າຍ ກໍຄື ບາງບັນຫາສາກົນ ແລະ ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. 
ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ ແລະ ອາແຊກໄບຢານ    - ảnh 1ປຶກສາຫາລືດ້ານການເມືອງລະຫວ່າງຫວຽດນາມ ແລະ ອາແຊກໄບຢານ 

ຮອງລັດຖະມົນຕີ ທັງສອງທ່ານ ໄດ້ຢືນຢັນ ຢາກຊຸກຍູ້ການຮ່ວມມືຫລາຍດ້ານລະຫວ່າງສອງປະເທດກວ່າອີກ. ສອງຝ່າຍເຫັນດີ ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນເປັນປະຈຳ ພິເສດແມ່ນການພົບປະຂັ້ນສູງ, ສືບຕໍ່ສ້າງກອບກົດໝາຍໃຫ້ແກ່ການຮ່ວມມືສອງຝ່າຍໃຫ້ສົມບູນແບບ.ພິເສດໃນບັນດາຂົງເຂດສົ່ງເສີມ ແລະ ອາລັກຂາການລົງທຶນ, ກະສິກຳ, ການສຶກສາ ບຳລຸງສ້າງ, ເປີດກວ້າງການຮ່ວມມືໃນທຸກຂົງເຂດ.

ສອງຝ່າຍເຫັນດີສືບຕໍ່ສົມທົບກັນຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ ພິເສດຢູ່ ສປຊ.

ຕອບກັບ

ຂ່າວ/ບົດ​ອື່ນ