ປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ສິນໃນນ້ຳເຂດທົ່ງພຽງແມ່ນ້ຳຂອງ

ປຶກສາຫາລືມາດຕະການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ສິນໃນນ້ຳເຂດທົ່ງພຽງແມ່ນ້ຳຂອງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ
ພາບ: internet


(vovworld)-​​ ຕອນ​ເຊົ້າ​ວັນ​ທີ 5/7 ຢູ່ ​ນະຄອນເກີນ​ເທີ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ປຶກສາ​ຫາລື​ມາດ​ຕະການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ຊຸກຍູ້​ການ​ຜະລິດ​ຈຳຫນ່າຍ​ເຂົ້າສານ, ສິນ​ໃນ​ນ້ຳ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ ​ໂດຍ​ເປັນ​ກຽດ​​ເຂົ້າ​ຮ່ວມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນນີ​ງ. ທີ່​ກອງ​ປະຊຸມ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ໃຫ້​ຮູ້​ວ່າ: ປີ​ນີ້​ ການ​ຜະລິດ​ກະສິກຳ​ຂອງ​ຫວຽດນາມ​ຕ້ອງ​ຮັບ​ມື​ກັບ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າຍ​ທາຍ, ຄວາມ​ຕ້ອງການ ​ແລະ ລາຄາ​ຜະລິດຕະພັນ​ກະ​ເສດ​ຢູ່​ຕະຫລາດ​ໂລກ​ຖືກ​ຫລຸດຜ່ອນ​ຢ່າງ​ລຽນຕິດ ພ້ອມ​ກັບ​ກຳລັງ​ຊື້​ຫລຸດ​ລົງ ​ໄດ້​ສົ່ງ​ຜົນ​ກະທົບ​ເຖິງ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຂອງ​ຂະ​ແຫນງ​ກະສິກຳ, ​ເຮັດ​ໃຫ້​ລາຍ​ຮັບ​ຂອງ​ຊາວ​ກະສິກ​ອນຫລຸດ​ລົງ. ຕາມ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ແລ້ວ, ມາດ​ຕະການ​ໃນ​ຕໍ່ຫນ້າ​ແມ່ນ​ປະຕິບັດ​ບັ້ນ​ຊື້​ເຂົ້າສານ​ແຮ​ໄວ້​ 1 ລ້ານ​ໂຕນ, ສຸມ​ໃສ່​ແກ້​ໄຂ​ຮົ້ວ​ກີດຂວາງ​ການ​ຄ້າ, ຮົ້ວ​ກີດຂວາງ​ເຕັກ​ນິກຢູ່​ບັນດາ​ຕະຫລາດ​ສົ່ງ​ອອກ​ສິນ​ໃນ​ນ້ຳ, ​ແກ້​ໄຂ​ຂໍ້​ຕິດ​ຂັດ​ກ່ຽວ​ກັບ​ກົນ​ໄກ​ນະ​ໂຍບາຍ​ສິນ​ເຊື່ອ​ເພື່ອ​ເພີ່ມ​ສິນ​ເຊື່ອ​ໃຫ້​ແກ່​ຊາວ​ກະສິກອນ​ລົງທຶນ​ຜະລິດ

 

ຂ່າວ/ບົດ​ອື່ນ