ປຊຊ ອາເມລິກາ ຈັດການແຫ່ຂະບວນ ປະທ້ວງຄັດຄ້ານ ການບຸກໂຈມຕີຊີຣີ

ປຊຊ ອາເມລິກາ ຈັດການແຫ່ຂະບວນ ປະທ້ວງຄັດຄ້ານ ການບຸກໂຈມຕີຊີຣີ  - ảnh 1
(ພາບ:thanhnien.com.vn)

 (vovworld)-​​​​ ​ ວັນ​ທີ 7/9,​  ຜູ້ແຫ່​ຂະ​ບວນປະ​ທ້ວງຊາວອາ​ເມ​ລິ​ກາ ປະມານ 200 ຄົນໄດ້​​ເຕົ້າ​ໂຮມ​ກັນ​ຢູ່​ຕໍ່ໜ້າ​ທຳນຽບຂາວ ​ແລະ ​ເດີນ​ຂະ​ບວນຮອດ​ສຳນັກງານ​ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ​ເພື່ອ​ຄັດຄ້ານ​​ແຜນການ​ຂອງ​ອຳນາດ​ການ​ປົກຄອງ​ປະ​ເທດ​ນີ້ ຢາກ​ບຸກ​ໂຈມ​ຕີ​ດ້ານ​ການ​ທະຫານ​ແນ່​ໃສ່​ຊີຣີ. ນີ້​ແມ່ນ​ໜຶ່ງ​ໃນ​ບັນດາການ​ເດີນ​ຂະ​ບວນ​ແຫ່​​ໃນ​ທົ່ວ​ປະ​ເທດ ​ແລະ ດຳ​ເນີນ​ໄປ​ກ່ອນ​ການ​​ແຫ່​ຂະ​ບວນປະ​ທ້ວງ​ຂະໜາດ​ໃຫ່ຍຊື່​ງຄາດ​ວ່າ​ຈັດ​ຂຶ້ນ​ຢູ່​ວໍ​ຊິງ​ຕັນ​ ໃນ​ວັນ​ທີ 9/9. ບັນດາ​ການ​ແຫ່​ຂະ​ບວນປະ​ທ້ວງ​ດັ່ງກ່າວ​ຖືກ​ດຳ​ເນີນ​ໄປ​ໃນ​ຂະນະ​ທີ່ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ຮຽກຮ້ອງ​ໃຫ້ ປຊຊ ຈົ່ງ​ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ນຳ​ໃຊ້​ກຳລັງ​ແຮງ​ດ້ານ​ການ​ທະຫານ​ຕໍ່​ຊີຣີ ​ໃນ​ຂະນະ​ທີ່​ຜູ້​ສະໜັບສະໜູນ​ທ່ານ​ພວມ​ພະຍາຍາມ​ເກັ້ຍກ່ອ​ມບັນດາ​ທ່ານ​ສະມາຊິກ​ລັດຖະສະພາ​ຮັບຮອງ​ເອົາ​ຂໍ້​ຕົກລົງ​ນີ້.

  ກ່ຽວ​ກັບ​ບັນຫາ​ອາ​ເມ​ລິ​ກາ ​ອາດ​ຈະ​ບຸກ​ໂຈມ​ຕີ​ຊີຣີ, ວັນ​ທີ 7/9, ປະທານ​ກຳມາ​ທິການ​ຕ່າງປະ​ເທດ ສະພາ​ຕ່ຳລັດ​ເຊຍ ​ໄດ້​ປະກາດ​ວ່າ: ດ້ວຍ​ການບຸກ​ໂຈມ​ຕີ​ຊີຣີ, ອາ​ເມ​ລິ​ກາ ຈະ​ບໍ່​ສາມາດ​ເຮັດ​​ໃຫ້ ອີຣານ ​ແລະ ສປປ​ເກົາຫຼີ ປະລະ​ການ​ພັດທະນາ​ອາວຸດ​ນິວ​ເຄຼຍຂອງ​ບັນດາ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ