ປິດກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich

(VOVWORLD) -  ຕອນບ່າຍວັນທີ 19 ກຸມພາ, ກອງປະຊຸມຄວາມໝັ້ນຄົງ Munich - ເຊິ່ງເປັນກອງປະຊຸມກ່ຽວກັບຄວາມໝັ້ນຄົງທີ່ມີຂອບຂະໜາດໃຫຍ່ສຸດໃນໂລກ ຖືກຈັດຂຶ້ນປະຈຳປີ ຢູ່ນະຄອນ Munich ທີ່ ພາກໃຕ້, ປະເທດ ເຢຍລະມັນ ໄດ້ສິ້ນສຸດລົງ ພາຍຫຼັງເຮັດວຽກມາເປັນເວລາ 3 ວັນ.
ປິດກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich - ảnh 1ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ກ່າວຄຳເຫັນທີ່ກອງປະຊຸມ Munich (ພາບ: AFP/TTXVN)

ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ ໄດ້ຄອບງຳເນື້ອໃນສ່ວນຫຼາຍຂອງການປຶກສາຫາລືຕ່າງໆໃນກອງປະຊຸມປິນີ້. ບັນດາການນຳ ແລະ ຜູ້ປາຖະກະຖາທີ່ເຂົ້າຮ່ວມກອງປະຊຸມ ໄດ້ໃຊ້ເວລາສ່ວນຫຼາຍເພື່ອປຶກສາຫາລືກ່ຽວກັບແງ່ມູນຕ່າງໆຂອງການປະທະກັນ. ໄປຄຽງຄູ່ກັນນັ້ນ, ຫຼາຍຫົວຂໍ້ຮ້ອນເຮັ່ງອື່ນ ແລະ ສິ່ງທ້າທາຍເຊິ່ງໂລກພວມປະເຊີນໜ້າ, ນັບແຕ່ດ້ານການເມືອງ, ເສດຖະກິດ ຕະຫຼອດຮອດຄວາມໝັ້ນຄົງ, ການປ້ອງກັນຊາດ, ການປ່ຽນແປງຂອງດິນຟ້າອາກາດ, ສິ່ງແວດລ້ອມ, ຄວາມໝັ້ນຄົງດ້ານສະບຽງອາຫານທົ່ວໂລກ…ກໍໄດ້ນຳມາປຶກສາຫາລືໃນກອງປະຊຸມຄັ້ງນີ້.

       ໃນບົດກ່າວປາໄສປິດກອງປະຊຸມ, ທ່ານປະທານກອງປະຊຸມ ຄວາມໝັ້ນຄົງ Munich 2023 Christoph Heusgen ຕີລາຄາວ່າ ກອງປະຊຸມໄດ້ສະແດງໃຫ້ເຫັນ “ຄວາມສາມັກຄີຢ່າງເຂັ້ມແຂງຂ້າມອັດລັງຕິກ” ແລະ ຖືວ່າ ເອີຣົບ ເວົ້າລວມ ແລະ ເຢຍລະມັນ ເວົ້າສະເພາະ ຕ້ອງເພີ່ມທະວີການລົງທຶນເຂົ້າຂະແໜງປ້ອງກັນຊາດ ເພື່ອສາມາດຮັບມືກັບສິ່ງທ້າທາຍໃຫຍ່ຂອງຍຸກສະໄໝໄດ້ເປັນຢ່າງດີກວ່າ. ຢູ່ນອກກອງປະຊຸມ ກໍໄດ້ດຳເນີນຫຼາຍວາລະປຶກສາຫາລືສອງຝ່າຍ ແລະ ຫຼາຍຝ່າຍ ເຊິ່ງຫາງສຽງສາກົນມີຄວາມສົນໃຈ, ເປັນໜ້າສົນໃຈແມ່ນການພົບປະທີ່ມີການເຂົ້າຮ່ວມຂອງຜູ້ຕາງໜ້າ ອາເມລິກາ, ຈີນ, ເຢຍລະມັນ, ຝລັ່ງ, ຍີ່ປຸ່ນ ຫຼື ສ.ເກົາຫຼີ.


ຕອບກັບ

ຂ່າວ/ບົດ​ອື່ນ