ປິດກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich 2024

(VOVWORLD) - “ພ້ອມກັນປະລາໄຊ” (Lose-Lose) ແມ່ນຫົວຂໍ້ຂອງ MSC 2024 ແລະ ກໍແມ່ນຫົວຂໍ້ຂອງບົດລາຍງານຄວາມໝັ້ນຄົງປະຈໍາປີ 2024 ຂອງ MSC, ໃນນັ້ນ ມີຜູ້ຂຽນຫຼາຍທ່ານໄດ້ສະແດງຄວາມວິຕົກກັງວົນ ຍ້ອນຄວາມເຄັ່ງຕຶງດ້ານພູດສາດການເມືອງ ແລະ ຄວາມຂາດສະຖຽນລະພາບທາງດ້ານເສດຖະກິດທີ່ນັບມື້ນັບເພີ່ມຂຶ້ນ, ມີລັດຖະບານຫຼາຍປະເທດກໍບໍ່ສຸມໃສ່ຜົນປະໂຫຍດຂອງການຮ່ວມມືທົ່ວໂລກອີກ.
ປິດກອງ​ປະ​ຊຸມ​ຄວາມ​ໝັ້ນ​ຄົງ Munich 2024 - ảnh 1ພິທີໄຂກອງປະຊຸມ Munich, ເຢຍລະມັນ ໃນວັນທີ 16/2/2024 (ພາບ: AFP/TTXVN)

ພາຍຫຼັງດຳເນີນເປັນເວລາ 3 ວັນ ດ້ວຍເຫດການນ້ອຍ, ໃຫຍ່ກວ່າ 200 ເຫດການ ແລະ ມີການເຂົ້າຮ່ວມຂອງຜູ້ແທນກວ່າ 900 ທ່ານ, ໃນນັ້ນ ມີປະມຸກລັດ ແລະ ຜູ້ນຳລັດຖະບານຂອງ 50 ປະເທດ, ລັດຖະມົນຕີກວ່າ 100 ທ່ານກໍ່ຄືຜູ້ຕາງໜ້າຂອງບັນດາອົງການໃຫ້ຄຳປຶກສາ, ອົງການບໍ່ຂຶ້ນກັບລັດຖະບານ ແລະ ວິສາຫະກິດ, ກອງປະຊຸມຄວາມໝັ້ນຄົງ Munich (MSC) 2024 ກໍໄດ້ປິດລົງໃນວັນທີ 18 ກຸມພາ.

“ພ້ອມກັນປະລາໄຊ” (Lose-Lose) ແມ່ນຫົວຂໍ້ຂອງ MSC 2024 ແລະ ກໍແມ່ນຫົວຂໍ້ຂອງບົດລາຍງານຄວາມໝັ້ນຄົງປະຈໍາປີ 2024 ຂອງ MSC, ໃນນັ້ນ ມີຜູ້ຂຽນຫຼາຍທ່ານໄດ້ສະແດງຄວາມວິຕົກກັງວົນ ຍ້ອນຄວາມເຄັ່ງຕຶງດ້ານພູດສາດການເມືອງ ແລະ ຄວາມຂາດສະຖຽນລະພາບທາງດ້ານເສດຖະກິດທີ່ນັບມື້ນັບເພີ່ມຂຶ້ນ, ມີລັດຖະບານຫຼາຍປະເທດກໍບໍ່ສຸມໃສ່ຜົນປະໂຫຍດຂອງການຮ່ວມມືທົ່ວໂລກອີກ. ແທນທີ່ນັ້ນ, ຕາມທັດສະນະຂອງກຸ່ມນັກຂຽນແລ້ວ, ຫຼາຍປະເທດມີຄວາມວິຕົກກັງວົນຈະໄດ້ຮັບຜົນປະໂຫຍດນັບມື້ນັບໜ້ອຍລົງຈາກການຮ່ວມມືສາກົນ ເມື່ອທຽບໃສ່ບັນດາປະເທດອື່ນ. ທ່າອ່ຽງດັ່ງກ່າວ ສາມາດສົ່ງຜົນກະທົບຕໍ່ການຮ່ວມມື ແລະ ເຮັດໃຫ້ຄວາມເປັນລະບຽບຮຽບຮ້ອຍສາກົນໃນປັດຈຸບັນຊຸດໂຊມລົງ.

ຢູ່ MSC 2024, ທ່ານນາຍົກລັດຖະມົນຕີ ເຢຍລະມັນ Olaf Scholz ໄດ້ຮຽກຮ້ອງໃຫ້ບັນດາປະເທດພັນທະມິດເອີຣົບ ເພີ່ມລາຍຈ່າຍດ້ານປ້ອງກັນຊາດ ແລະ ຮັບປະກັນການຊ່ວຍເຫຼືອໃຫ້ແກ່ຢູແກຼນ.


ຕອບກັບ

ຂ່າວ/ບົດ​ອື່ນ