ປິດກອງປະ​ຊຸມ​ຄະ​ນ​ະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ເທື່ອ​ທີ 43

(VOVWORLD) -ພາຍຫຼັງການເຮັດວຽກມາເປັນເວລາກວ່າ 2 ວັນ, ຕອນເຊົ້າວັນທີ 25 ມີນາ, ພາຍໃຕ້ການເປັນປະທານຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ, ຄະນະປະຈຳສະພາແຫ່ງຊາດໄດ້ປິດກອງປະຊຸມເທື່ອທີ 43 ລົງ.
ປິດກອງປະ​ຊຸມ​ຄະ​ນ​ະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ​ເທື່ອ​ທີ 43 - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ວາລະປິດ (ພາບ: TTXVN)

  ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ສະເໜີລັດຖະບານ, ຄະນະປະຈຳການບັນດາກຳມາທິການຂອງສະພາແຫ່ງຊາດ ແລະ ບັນດາອົງການຈັດຕັ້ງກ່ຽວຂ້ອງ ຈົ່ງຜັນຂະຫຍາຍການສະຫຼຸບແຕ່ລະເນື້ອໃນ ເພື່ອປະຕິບັດບັນດາບາດກ້າວເດີນຕໍ່ໄປ. ໃນຕົ້ນເດືອນເມສານີ້, ຄະນະປະຈຳສະພາແຫ່ງຊາດຈະຈັດຕັ້ງກອງປະຊຸມສະມາຊິກສະພາແຫ່ງຊາດເຄື່ອນໄຫວສະເພາະກິດ ດ້ວຍຮູບແບບປະຊຸມອອນລາຍ.  ທ່ານນາງກ່າວວ່າ:

        “ຖ້າຫາກວ່າໃນເດືອນເມສານີ້ ສະພາບການໂລກລະບາດຍັງຄົງສືບຕໍ່ມີການຜັນແປຢ່າງສັບສົນ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາເວລາຈັດຕັ້ງກອງປະຊຸມ. ຫວຽດນາມ ຄວບຄຸມໂລກລະບາດໄດ້ເປັນຢ່າງດີ ແຕ່ຍັງມີປະກົດການແຜ່ລະບາດອອກສູ່ວົງຄະນະຍາດ. ຊົມເຊີຍລັດຖະບານ ທີ່ໄດ້ຊີ້ນຳທ້ອງຖິ່ນຕ່າງໆສຳຫຼວດຄືນຊາວຕ່າງປະເທດ ແລະ ຊາວຫວຽດນາມກັບມາຈາກຕ່າງປະເທດທຸກຄົນ ທີ່ພວມພັກອາໄສຢູ່ຫວຽດນາມໃນມື້ນີ້. ກຳແໜ້ນໄດ້ບັນດາຂໍ້ມູນດັ່ງກ່າວ, ພວກເຮົາຈະສະກັດກັ້ນການແຜ່ລະບາດອອກສູ່ວົງຄະນະຍາດ”.

        ທ່ານນາງ ຫງວຽນທິກິມເງິນ ກໍສະເໜີໃຫ້ເພີ່ມທະວີການໝູນໃຊ້ເຕັກໂນໂລຢີຂໍ້ມູນຂ່າວສານເພື່ອຊີ້ນຳ, ບໍລິຫານ ຮັບໃຊ້ປະຊາຊົນ ຜ່ານການບໍລິການສາທາລະນະອອນລາຍ, ຈຳກັດການເຕົ້າໂຮມຫຼາຍຄົນ. ໄປຄຽງຄູ່ການປ້ອງກັນ ແລະ ສະກັດກັ້ນໂລກລະບາດແລ້ວ ຕ້ອງປະຕິບັດບັນດາມາດຕະການເໝາະສົມເພື່ອໃຫ້ພື້ນຖານເສດຖະກິດ, ສັງຄົມມີຄວາມສະຫງົບເປັນປົກກະຕິ, ຊຸກຍູ້ການຜະລິດດຳເນີນທຸລະກິດ, ປ່ອຍເງິນລົງທຶນພາກລັດ, ແກ້ໄຂບັນຫານ້ຳທະເລຊືມ, ຮັບປະກັນຊີວິດການເປັນຢູ່ຂອງປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ