ປິດ​ການ​ແຂ່ງ​ຂັນບານ​ເຕະມິດ​ຕະ​ພາບ​ຂອງ​ຊາວ ຫວຽດ​ນາມ​ ອາ​ໄສ​ຢູ່ ລາວ

(VOVWORLD) -ຕອນບ່າຍວັນທີ 4 ຕຸລາ, ຢູ່ນະຄອນຫຼວງ ວຽງຈັນ ລາວ, ໄດ້ດຳເນີນພິທີ ປິດການແຂ່ງຂັນບານເຕະຊາວໜຸ່ມ ຫວຽດນາມ ຄັ້ງທີ VII. ນີ້ແມ່ນການແຂ່ງຂັນມິດຕະພາບແນໃສ່ເພິ່ມທະວີຄວາມສາມັກຄີ ແລະ ມອບເງິນອຸປະຖຳໃຫ້ແກ່ຄົນພິການຢູ່ນະຄອນຫຼວງ ວຽງຈັນ.
ປິດ​ການ​ແຂ່ງ​ຂັນບານ​ເຕະມິດ​ຕະ​ພາບ​ຂອງ​ຊາວ ຫວຽດ​ນາມ​ ອາ​ໄສ​ຢູ່ ລາວ - ảnh 1 ທີມບານເຕະສະໂມສອນສິ່ທິດຍາດໄດ້ລາງວັນທີ 1

ການແຂ່ງຂັນປີນີ້ມີການເຂົ້າຮ່ວມຂອງ  ທີມບານເຕະ 9 ທີມ. ລາງວັນທີ 1 ປີນີ້ແມ່ນທີມບານເຕະສະໂມສອນສິ່ທິດ, ລາງວັນທີ 2 ແມ່ນທີມ ລາວ style, ລາງວັນທີ 3 ແມ່ນທີມສະໂມສອນ TH. ເນື່ອງໃນໂອກາດນີ້, ຄະນະຈັດຕັ້ງໄດ້ມອບເງິນປະກອບສ່ອນຂອງບັນດາວິສາຫະກິດ ແລະ ຜູ້ໃຈບຸນໃຈກຸສົນໃຫ້ແກ່ສູນສອນວິຊາຊີບຄົນພິການຢູ່ນະຄອນຫຼວງ ວຽງຈັນ, ເຊິ່ງສະແດງເຖິງນ້ຳໃຈ ແລະ ຄວາມຮັບຜິດຊອບຂອງປະຊາຄົມຊາວ ຫວຽດນາມ ອາໄສຢູ່ ລາວ ໃນການສ້າງຄວາມສາມັກຄີກັບຊາວປະເທດປະຈຳຖິ່ນ.

(ນັກຂ່າວ VOV ປະຈຳ ລາວ)

ຕອບກັບ

ຂ່າວ/ບົດ​ອື່ນ