ປິດ​ງານ​ບຸນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ເຂດ​ພາກ​ກາງ ຫວຽດ​ນາມ ຄັ້ງ​ທີ IV ປີ 2023

(VOVWORLD) - ຕອນຄ່ຳວັນທີ 10 ກັນຍາ, ຢູ່ແຂວງ ບິ່ງດິ່ງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ສົມທົບກັບຄະນະກໍາມະການປະຊາຊົນແຂວງ ບິ່ງດິ້ງ ຈັດພິທີປິດງານບຸນວັດທະນະທຳບັນດາເຜົ່າເຂດພາກກາງ ຫວຽດນາມ ຄັ້ງທີ 4 ປີ 2023.
ປິດ​ງານ​ບຸນ​ວັດ​ທະ​ນະ​ທຳ​ບັນ​ດາ​ເຜົ່າ​ເຂດ​ພາກ​ກາງ ຫວຽດ​ນາມ ຄັ້ງ​ທີ IV ປີ 2023 - ảnh 1ການສະແດງສິລະປະໃນພິທີປິດ (ພາບ: VOV)

ໃນລະຫວ່າງວັນທີ 8 – 10 ກັນຍາ, ນັກສິລະປິນ, ນັກກິລາ, ນັກສະແດງມະຫາຊົນລວມປະມານ 800 ຄົນ ຂອງ 11 ແຂວງ, ນະຄອນເຂດພາກກາງ ຫວຽດນາມ ໄດ້ແຂ່ງຂັນກິລາປະເພດຕ່າງໆ ແລະ ເຂົ້າຮ່ວມຂັ້ນຕອນຈັດພິທີຂອງງານບຸນ. ບັນດາກິດຈະກຳຄື: ການປະກວດຊຸດອາພອນປະຈຳເຜົ່າ; ງານມະໂຫລານສິລະປະມະຫາຊົນ; ແນະນຳວາງສະແດງ, ໂຄສະນາຜະລິດຕະພັນທີ່ເປັນເອກະລັກຂອງບັນດາເຜົ່າ.. ໄດ້ສ້າງຄວາມປະທັບໃຈອັນດີງາມແກ່ແຂກທ່ອງທ່ຽວ ແລະ ພໍ່ແມ່ປະຊາຊົນແຂວງ ບິ່ງດິ້ງ. ທ່ານ ຕ້າຊວັນແຈງ, ຫົວໜ້າພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຂວງ ບິ່ງດິ້ງ, ຮອງຫົວໜ້າຜູ້ປະຈຳການຄະນະຈັດຕັ້ງງານບຸນດັ່ງກ່າວ ໃຫ້ຮູ້ວ່າ:

        “ສຳລັບພໍ່ແມ່ປະຊາຊົນບັນດາເຜົ່າແລ້ວ, ນີ້ແມ່ນການແລກປ່ຽນດ້ານວັດທະນະທຳທີ່ມີຄວາມໝາຍ ແລະ ເປັນປະໂຫຍດທີ່ສຸດ. ທຸກກິດຈະກຳວັດທະນະທຳທີ່ໄດ້ດຳເນີນໃນຊຸມວັນຜ່ານມາຢູ່ ບິ່ງດິ້ງ ລ້ວນແຕ່ສະແດງໃຫ້ເຫັນນ້ຳໃຈ, ສີສັນວັດທະນະທຳຂອງພໍ່ແມ່ປະຊາຊົນບັນດາເຜົ່າຢູ່ພາກກາງ ຫວຽດນາມ. ຜ່ານນັ້ນ, ກໍສະແດງໃຫ້ເຫັນຄວາມສາມັກຄີ, ຄວາມສະໜິດຕິດພັນ ພ້ອມທັງແມ່ນການຮ່ວມແຮງຮ່ວມໃຈຮັກສາສີສັນວັດທະນະທຳຂອງຊາດໃນການພັດທະນາລວມຂອງບັນດາແຂວງພາກກາງ”.

ຕອບກັບ

ຂ່າວ/ບົດ​ອື່ນ