ປັດ​ຈຸ​ບັນ, ເປ​ຣູ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 6 ຂອງ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ​ລາ​ຕິນ

(VOVWORLD) - ຢູ່ ອາເມລິກາ ລາຕິນ, ປັດຈຸບັນ, ເປຣູ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 6 ຂອງ ຫວຽດນາມ.
ປັດ​ຈຸ​ບັນ, ເປ​ຣູ ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ​ທີ 6 ຂອງ ຫວຽດ​ນາມ ຢູ່ ອາ​ເມ​ລິ​ກາ​ລາ​ຕິນ - ảnh 1ພິທີຍື່ນສານຕາຕັ້ງ ໃນວັນທີ 07 ກຸມພາ (ພາບ: AFP/TTXVN)

ທ່ານເອກອັກຄະລັດຖະທູດ ຫວຽດນາມ, ບຸ່ຍວັນງິ, ໄດ້ຍື່ນສານຕາຕັ້ງສະບັບສຳເນົາຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ມາຍັງທ່ານຫົວໜ້າກົມພິທີການກະຊວງການຕ່າງປະເທດ ເປຣູ Jaime Cacho – Sousa Velazquez ຢູ່ Lima.

        ກ່າວຄ່ຳເຫັນທີ່ພິທີຍື່ນສານຕາຕັ້ງ ໃນວັນທີ 07 ກຸມພາ, ທ່ານ Cacho – Sousa ໄດ້ເນັ້ນໜັກວ່າ ຫວຽດນາມ ແມ່ນຄູ່ຮ່ວມມືອັນດັບໜຶ່ງຂອງ ເປຣູ ໃນ ອາຊຽນ, ພ້ອມທັງຕີລາຄາສູງການພົວພັນຮ່ວມມືສອງຝ່າຍ ຫວຽດນາມ - ເປຣູ. ທ່ານ Cacho – Sousa ກໍຊົມເຊີຍປະສິດທິຜົນບັນດາໂຄງການລົງທຶນຂອງ ຫວຽດນາມ ຢູ່ ເປຣູ, ພິເສດແມ່ນໂຄງການຂອງວິສາຫະກິດໂທລະຄົມມະນາຄົມ Bitel, ດ້ວຍການລົງທຶນຂອງກຸ່ມບໍລິສັດໂທລະຄົມມະນາຄົມ Viettel ຂອງ ຫວຽດນາມ, ໃນການຜັນຂະຫຍາຍການບໍລິການຢູ່ບັນດາເຂດຊົນນະບົດ, ເຂດຊາຍແດນ ເປຣູ. ຢູ່ ອາເມລິກາ ລາຕິນ, ປັດຈຸບັນ, ເປຣູ ແມ່ນຄູ່ຮ່ວມມືການຄ້າໃຫຍ່ອັນດັບທີ 6 ຂອງ ຫວຽດນາມ.

        ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ບຸ່ຍວັນງິ ໄດ້ສົ່ງຄຳຢື້ຢາມຖາມຂ່າວ ແລະ ຄຳເຊີນມາຢ້ຽມຢາມ ຫວຽດນາມ ຂອງທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເຖິງທ່ານປະທານາທິບໍດີ ເປຣູ Dina Boluarte.


ຕອບກັບ

ຂ່າວ/ບົດ​ອື່ນ