ປິດວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດງ ຫວຽດນາມ - ລາວ ຄັ້ງທິ 3

(VOVWORLD) -ຄະນະກຳມະການປະຊາຊົນແຂວງ ດຽນບຽນ ໄດ້ມອບທຸງເປັນເຈົ້າພາບຈັດວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 4, ປີ 2027 ໃຫ້ແກ່ແຂວງ ກວາງນາມ
ປິດວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດງ ຫວຽດນາມ - ລາວ ຄັ້ງທິ 3 - ảnh 1(ພິທີມອບທຸງເປັນເຈົ້າພາບຈັດວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 4)

          ພາຍຫຼັງເຄື່ອນໄຫວເປັນເວລາ 3 ວັນ, ຕອນບ່າຍວັນທີ 03 ຕຸລາ, ຢູ່ແຂວງ ດ້ຽນບຽນ, ໄດ້ຈັດພິທີປິດວັນບຸນພົບປະແລກປ່ຽນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທິ 3 ປີ 2022. ກ່າວຄຳເຫັນທີ່ພິທີປິດ, ທ່ານນາງ ຫງວຽນທິຫາຍຫຍຸງ, ຫົວໜ້າກົມວັດທະນະທຳຊົນເຜົ່າ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ຮອງຫົວໜ້າຄະນະຈັດຕັ້ງວັນບຸນ, ໃຫ້ຮູ້ວ່າ: ວັນບຸນໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີແບບພິເສດລະຫວ່າງ 2 ປະເທດ ຫວຽດນາມ - ລາວ; ສ້າງຄວາມປະທັບໃຈອັນດີງາມສຳລັບບັນດານັກສິລະປິນ, ນັກສະແດງ, ນັກກິລາຂອງ 2 ປະເທດທີ່ເຂົ້າຮ່ວມວັນບຸນ, ກໍຄືກັບປະຊາຊົນ ແລະ ນັກທ່ອງທ່ຽວ.

          ທີ່ພິທີປິດ, ຄະນະຈັດຕັ້ງໄດ້ມອບ 32 ຊຸດຫຼຽນກາກິລາໃຫ້ແກ່ນັກກິລາທີ່ຍາດໄດ້ຜົນງານໃນການແຂ່ງຂັນຕ່າງໆ; ຄະນະກຳມະການປະຊາຊົນແຂວງ ດຽນບຽນ ໄດ້ມອບທຸງເປັນເຈົ້າພາບຈັດວັນບຸນວັດທະນະທຳ, ກິລາ ແລະ ທ່ອງທ່ຽວເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີ 4, ປີ 2027 ໃຫ້ແກ່ແຂວງ ກວາງນາມ.

ຕອບກັບ

ຂ່າວ/ບົດ​ອື່ນ