ປີທ່ອງທ່ຽວແຫ່ງຊາດ 2013 ໂດຍແມ່ນນະຄອນ Hai Phong ເປັນເຈົ້າພາບຈັດຕັ້ງ

ປີທ່ອງທ່ຽວແຫ່ງຊາດ 2013 ໂດຍແມ່ນນະຄອນ Hai Phong ເປັນເຈົ້າພາບຈັດຕັ້ງ - ảnh 1
ພາບປະກອບ: internet

(vovworld) - ຕອນ​ເຊົ້າ​ວັນ​ທີ 6/10 ຢູ່ ນະຄອນ Da Nang, ຄະນະ​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່​ງຊາດ​ປີ 2013 ​ໄດ້​ຈັດການ​ປະຊຸມ​ຂ່າວ​ແນະນຳ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ ຢູ່ ນະຄອນ Hai Phong 2013. ຕາມ​ນັ້ນ​ແລ້ວ, ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ - ນະຄອນ Hai Phong ປີ 2013 ​ໂດຍ​ແມ່ນ​ນະຄອນ Hai Phong ​ເປັນ​ເຈົ້າພາບ​ຈັດ​ຕັ້ງຕິ​ດພັນ​ກັບ​ຫົວ​ຂໍ້ “ຄວາມ​ສີວິ​ໄລ​ແຫ່ງ​ແມ່​ນ້ຳ​ແດງ”. ລາຍການ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2013 ມີ 67 ​ເຫດການ​ໂດຍ​ກະຊວງ​ວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ຫວຽດນາມ ສົມທົບ​ກັບ​ນະຄອນ Hai Phong ​ແລະ ບັນດາ​ແຂວງ, ນະຄອນ ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ​ຈັດ​ຕັ້ງ​ຂຶ້ນ. ​ໃນ​ນັ້ນ ສັບປະດາ​ວັດທະນະທຳ ກິລາ ​ເຂດ​ທົ່ງພຽງ​ແມ່​ນ້ຳ​ແດງ - ນະຄອນ - Hai Phong ປີ 2013 ຕິດ​ພັນ​ກັບ​ງານ​ບຸນ​ດອກ​ຝາງ​ແດງ​ຄັ້ງ​ທີ 2 ຈະ​ແມ່ນ​ເນື້ອ​ໃນ​ຕົ້ນຕໍ. ທ່ານ Le Khac Nam ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ Hai Phong ​ໃຫ້​ຮູ້​ວ່າ:

        “ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ແຂວງ, ນະຄອນ​ທີ່ໄດ້​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ພວກ​ຂ້າພະ​ເຈົ້າ​ກໍ​ໄດ້​ຄົ້ນ​ຄ້ວາ​ເພື່ອ​ຖອດ​ຖອນ​ບົດຮຽນ. ບັນດາ​ລາຍການ​ເຄື່ອນ​ໄຫວ​ຈະ​ຖືກ​ຍົກລະດັບ​ສູງ​ຂຶ້ນ ​ແລະ ​ເລິກ​ເຊິ່ງກວ່າ. ທີ​ສອງ ວຽກ​ງານ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ, ຍານພາຫະນະ​ຂົນ​ສົ່ງ​ນັກ​ທ່ອງ​ທ່ຽວ​ກໍ​ໄດ້​ຮັບ​ການ​ຍົກ​ລະດັບ, ປັບປຸງ. ທີ​ສາມ ຕ້ອງ​ສ້າງ​ບັນດາ​ລາຍການ​ທ່ອງ​ທ່ຽວ ​ແລະ ການ​ຮ່ວມ​ສຳພັນ​ເພື່ອ​ແຈ້ງ​ໃຫ້​ປະຊາຊົນ​ຮັບ​ຊາບ.”

 

ຂ່າວ/ບົດ​ອື່ນ