ປີທ່ອງທ່ຽວແຫ່ງຊາດ 2015 - ແທງຮ໋ວາ ເຊື່ອມຕໍ່ບັນດາມໍລະດົກໂລກ

ປີທ່ອງທ່ຽວແຫ່ງຊາດ 2015 - ແທງຮ໋ວາ ເຊື່ອມຕໍ່ບັນດາມໍລະດົກໂລກ - ảnh 1
(ພາບປະກອບ)

(vovworld) – ຕອນ​ເຊົ້າ​ວັນ​ທີ 24/10, ຢູ່​ນະ​ຄອນ​ໂຮ່ຈິ​ມິນ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ແທງ​ຮ໋ວາ ​ໄດ້​ຈັດ​ກອງ​ປະຊຸມ​ຂ່າວ​ກ່ຽວ​ກັບ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 - ​ແທງ​ຮ໋ວາ ​ເຊື່ອມ​ຕໍ່​ບັນດາ​ມໍລະດົກ​ໂລກ. ຈຸດ​ພົ້ນ​ເດັ່ນ​ຂອງປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ​ແມ່ນ​ພິທີ​ໄຂ ​ເຊິ່ງຈະ​ຈັດ​ຂຶ້ນ​ໃນ​ກາງ​ເດືອນ 03/2015 ດ້ວຍ​ລາຍການ​ສະ​ແດງສິລະ​ປະພິ​ເສດ​ທີ່​ມີຫົວ​ຂໍ້​ວ່າ “​ແທງ​ຮ໋ວາ - ​ເຂດ​​ມໍລະດົກ - ​ເຕົ້າ​ໂຮມ ​ແລະ ສ່ອງ​ແສງ”. ທີ່​ການ​ປະຊຸມ​ຂ່າວ, ທ່ານ ​ເວື​ອງວັນ​ຫວຽດ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ​ແທງ​ຮ໋ວາ, ຮອງ​ຫົວໜ້າ​ຄະນະ​ຈັດ​ຕັ້ງ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 - ​ແທງ​ຮ໋ວາ ​ໃຫ້​ຮູ້​ວ່າ.

        “​ແທງ​ຮ໋ວາ ລົງທຶນ​ດ້ານ​ພື້ນຖານ​ໂຄງ​ລ່າງ, ຜະລິດ​ຕະພັນ, ຍົກ​ສູງ​ຄຸນະພາບ, ​ແຫຼ່ງຊັບພະຍາກອນ​ມະນຸດ, ລົງທຶນ​ໃຫ້​ວຽກ​ງານ​ກໍ່ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ, ພັດ​ຕະຄານ, ​ໂຮງ​ແຮມ, ບ່ອນ​ລະ​ຫຼີ້ນບັນ​ເທິງ.. ວຽກ​ງານ​ທັງ​ໝົດ​ນັ້ນ ​​ແມ່ນ​ເພື່ອ​ແນ​ໃສ່​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ມາ​ຢ້ຽມຢາມ​ແທງ​ຮ໋ວາ. ​ຖືກ​ກັບ​ຄາດໝາຍ​ທີ່​ໄດ້​ວາງ​ອອກ​ແມ່ນ ຕ້ອງ​ສ້າງ​ການທ່ອງ​ທ່ຽວ​​ແຂວງແທງ​ຮ໋ວາ ​ໃຫ້​ກ່າຍ​​ເປັນ​ຂະ​ແຫຼ​ງ​ເສດຖະກິດ​ປາຍ​ແຫຼມ​ໃນ​ປີ 2020”.

ຂ່າວ/ບົດ​ອື່ນ