ປີທ່ອງທ່ຽວແຫ່ງຊາດ 2024 ພາແຂກທ່ອງທ່ຽວເຂົ້າຮ່ວມ “ການລົງຕົວຈິງທີ່ບໍ່ມີບ່ອນສິ້ນສຸດ”

(VOVWORLD) - ທີ່ການປະຊຸມຖະແຫຼງຂ່າວ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ປີທ່ອງທ່ຽວແຫ່ງຊາດ 2024 ດ້ວຍຫົວຂໍ້ “ດ້ຽນບຽນຝູ ສະຫງ່າລາສີ - ການລົງຕົວຈິງທີ່ບໍ່ມີບ່ອນສິ້ນສຸດ”, ຕິດພັນກັບການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024).
ປີທ່ອງທ່ຽວແຫ່ງຊາດ 2024 ພາແຂກທ່ອງທ່ຽວເຂົ້າຮ່ວມ “ການລົງຕົວຈິງທີ່ບໍ່ມີບ່ອນສິ້ນສຸດ” - ảnh 1ການປະຊຸມຖະແຫຼງຂ່າວ
(ພາບ:Huyền Chi/VOV)

ຕອນບ່າຍວັນທີ 21 ກຸມພາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນການປະຊຸມຂ່າວແນະນຳປີທ່ອງທ່ຽວແຫ່ງຊາດ - ດ້ຽນບຽນ 2024. ທີ່ການປະຊຸມຂ່າວ, ຄະນະຈັດຕັ້ງໃຫ້ຮູ້ວ່າ: ປີທ່ອງທ່ຽວແຫ່ງຊາດ 2024 ດ້ວຍຫົວຂໍ້ “ດ້ຽນບຽນຝູ ສະຫງ່າລາສີ - ການລົງຕົວຈິງທີ່ບໍ່ມີບ່ອນສິ້ນສຸດ”, ຕິດພັນກັບການສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ (7/5/1954 – 7/5/2024). ປີທ່ອງທ່ຽວແຫ່ງຊາດ 2024 ມີເກືອບ 170 ໂຄງການ, ເຫດການຢູ່ລະດັບສູນກາງ ແລະ ທ້ອງຖິ່ນ. ທ່ານນາງ ຈິງທິຖຸຍ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໃຫ້ຮູ້ວ່າ:

        “ໄປຄຽງຄູ່ກັບບັນດາມູນເຊື້ອດ້ານປະຫວັດສາດ, ວັດທະນະທຳແລ້ວ, ແຂວງ ດ້ຽນບຽນ ຍັງແມ່ນເຂດດິນແດນທີ່ເຕັມໄປດ້ວຍຄວາມສາມາດບົ່ມຊ້ອນ ເພື່ອພັດທະນາບັນດາຂົງເຂດທ່ອງທ່ຽວ. ດ້ວຍບັນດາທ່າແຮງ, ດ້ຽນບຽນ ກໍ່ໄດ້ກຳນົດທິດສຸມໃສ່ເພື່ອພັດທະນາການທ່ອງທ່ຽວຜ່ານການສ້າງການກຳນົດທິດພັດທະນາການທ່ອງທ່ຽວປີ 2025, ກຳນົດທິດຮອດປີ 2030, ແຂວງ ດ້ຽນບຽນ ໄດ້ກຳນົດແຈ້ງ: ພັດທະນາການທ່ອງທ່ຽວຂອງແຂວງກາຍເປັນຂະແໜງເສດຖະກິດປາຍແຫຼມ ບົນບັນດາພື້ນຖານການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບດ້ວຍ 3 ເສົາຄ້ຳຕົ້ນຕໍແມ່ນການທ່ອງທ່ຽວປະຫວັດສາດຈິດວິນຍານ, ການທ່ອງທ່ຽວສີສັນວັດທະນະທຳຊົນເຜົ່າ, ຄົ້ນຫາທິວທັດທຳມະຊາດ ແລະ ທ່ອງທ່ຽວພັກເຊົາ, ບັນເທິງ, ບຳລຸງສຸຂະພາບ”.

ຕອບກັບ

ຂ່າວ/ບົດ​ອື່ນ