ປີທ່ອງທ່ຽວແຫ່ງຊາດເຂດແຄມທະເລທາງທິດເຫນືອພາກກາງ- ເຫ້ວ

 ປີທ່ອງທ່ຽວແຫ່ງຊາດເຂດແຄມທະເລທາງທິດເຫນືອພາກກາງ- ເຫ້ວ - ảnh 1


(vovworld) - ພິທີ​ອັດ​ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເຫນ​ືອພາກ​ກາງ- ​ເຫ້ວ 2012 ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 15/12 ຢູ່ ນະຄອນ ​ເຫ້ວ. ຕາມ​ພະ​ແນ​ກວັດທະນະທຳ ກິລາ ​ແລະ ການທ່ອງທ່ຽວ ​ແຂວງ ​ເທື່ອ​ເທຽນ​ເຫ້ວ (Thừa Thiên Huế) ​ແລ້ວ, ​ໃນ​ພິທີ​ອັດ​ປີ​ທ່ອງ​ທ່ຽວ ຈະ​ມີ​ນັກ​ສິລະ​ປິນ, ນັກສະ​ແດງ​ເກືອບ 500 ຄົນ​ມາ​ຈາກ​ບັນດາ​ຄະນະ​ສິລະ​ປະກອນ​ແຂວງ ​ເທື່ອ​ທຽນ​ເຫ້ວ, ​ແຂວງ ກ໋ວາງ​ຈີ້​(Quảng Trị), ​  ກວ໋າງບີ່​ງ( Quảng Bình ) ​ແລະ ນະຄອນ ຮ່າ​ໂນ້ຍ ສະ​ແດງ​ບັນດາ​ລາຍການ​ສິລະ​ປະ​ທີ່​ເປັນ​ເອກະລັກ​ສະ​ເພາະ. ທ່ານ ​ໂງ​ຮ່ວາ (Ngô Hòa), ຮອງ​ປະທານ​ຄະນະກຳມະການ​ແຂວງ ​ເທື່ອທຽນ​ເຫ້ວ, ຮອງ​ຫົວຫນ້າ​ຄະນະ​ຈັດ​ຕັ້ງ​ ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​ເຂດ​ແຄມ​ທະ​ເລ​ທາງ​ທິດ​ເຫນ​ືອພາກ​ກາງ- ​ເຫ້ວ 2012 ​ໃຫ້​ຮູ້​ວ່າ:

        “ ​ໃນ​ໂອກາດປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​​, ມາ​ຮອດ​ຈຸດ​ເວລາ​ນີ້ ຢູ່​ບໍລິ​ເວນນະຄອນ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ. ຜ່ານ​ນັ້ນ ​ກໍ​ເປັນ​ການ​ເພີ່ມ​ທະວີ​ໂຄສະນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ​ເວົ້າລວມ ​ແລະ ຂອງ​ແຂວງ​ເທື່ອ​ທຽນ​ເຫ້ວ ​ເວົ້າ​ສະ​ເພາະ. ການ​ເຄື່ອນ​ໄຫວ​ດັ່ງກ່າວ​ທັງ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດກ່ຽວ​ກັບ​ການ​ພັດທະນາ​ທ່ອງ​ທ່ຽວ ທັງ​ແມ່ນ​ຜົນ​ປະ​ໂຫຍ​ດ​ໃຫ​້​ແກ່​ວິ​ສາ​ຫະກິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ອີກ​ດ້ວຍ. ”

 

ຂ່າວ/ບົດ​ອື່ນ