ປັນຍາຊົນໜຸ່ມຫວຽດນາມ ເພື່ອເປົ້າໝາຍພັດທະນາປະເທດຊາດແບບຍືນຍົງ

(VOVWORLD) -    “ປັນຍາຊົນໜຸ່ມຫວຽດນາມ ເພື່ອເປົ້າໝາຍພັດທະນາປະເທດຊາດແບບຍືນຍົງ”. ນີ້ແມ່ນຫົວຂໍ້ຂອງເວທີປາໄສປັນຍາຊົນໜຸ່ມຫວຽດນາມລະດັບທົ່ວໂລກຄັ້ງທີ 2, ປີີ 2019 ທີ່ຖືກໄຂຂຶ້ນໃນຕອນເຊົ້າວັນທີ 27 ພະຈິກ, ຢູ່ຮ່າໂນ້ຍ. ເວທີປາໄສ ໂດຍສູນກາງຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ຈັດຕັ້ງຂຶ້ນ, ອັນໄດ້ດຶງດູດການເຂົ້າຮ່ວມຂອງປັນຍາຊົນໜຸ່ມຫວຽດນາມ ຢູ່ພາຍໃນ ແລະ ພວມດໍາລົງຊີວິດ, ເຮັດວຽກຢູ່ 23 ປະເທດ ແລະ ເຂດແຄວ້ນໃນທົ່ວໂລກ.

ເວທີປາໄສດັ່ງກ່າວ, ຖືກດໍາເນີນໃນລະຫວ່າງວັນທີ 26 – 28 ພະຈິກ ເພື່ອແນໃສ່ສືບຕໍ່ປັບປຸງກໍາລັງປັນຍາຊົນໜຸ່ມຫວຽດນາມໃນທົ່ວໂລກ ເພື່ອປຶກສາຫາລືກ່ຽວກັບວິໄສທັດ, ພາລະກໍາ, ບົດບາດ ແລະ ກໍາລັງຄວາມສາມາດຂອງການປະກອບສ່ວນຂອງຖັນແຖວປັນຊາຊົນໜຸ່ມຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ, ຊຸກຍູ້ວິວັດການເຊື່ອມໂຍງເສດຖະກິດເຂົ້າກັບພາກພື້ນ ແລະ ສາກົນ ຢ່າງກວ້າງຂວາງຂອງຫວຽດນາມ. ພ້ອມທັງ ສົ່ງເສີມປັນຍາຊົນໜຸ່ມສະເໜີບັນດາຂໍ້ລິເລີ່ມ, ມາດຕະການແກ້ໄຂ, ປະກອບສ່ວນໃຫ້ແກ່ພັກ, ລັດ ໃນຂະບວນວິວັດແຫ່ງການປະຕິບັດບັນດາເປົ້າໝາຍພັດທະນາປະເທດແບບຍືນຍົງ.

ປັນຍາຊົນໜຸ່ມຫວຽດນາມ ເພື່ອເປົ້າໝາຍພັດທະນາປະເທດຊາດແບບຍືນຍົງ - ảnh 1ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ 

        ແບ່ງປັນຢູ່ເວທີປາໄສ, ທ່ານນາງ ເຈືອງທິມາຍ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ເນັ້ນໜັກວ່າ:

        “ພັກ, ລັດ ຫວຽດນາມ ຍາມໃດກໍມີຄວາມພາກພູມໃຈ ເມື່ອນັບມື້ນັບມີຫຼາຍປັນຍາຊົນໜຸ່ມຫວຽດນາມທັງຢູ່ພາຍໃນ ແລະ ຕ່າງປະເທດ. ຊາວໜຸ່ມ ແມ່ນກະດູກສັນຫຼັງຂອງປະເທດຊາດ, ຄົນລຸ້ນໜຸ່ມນັບມື້ນັບມີຫຼາຍກາລະໂອກາດ ແລະ ສິ່ງທ້າທາຍ ເພື່ອຢັ້ງຢືນຕົນເອງ ແລະ ປະກອບສ່ວນໃຫ້ແກ່ປະເທດຊາດ. ຂ້າພະເຈົ້າຫວັງວ່າ ເຖິງວ່າ ຈະຢູ່ໃສ່, ໃນຖານະຕໍາແໜ່ງໃດກໍຕາມ, ປັນຍາຊົນໜຸ່ມຫວຽດນາມ ຍາມໃດກໍຮັກປະເທດຊາດ ແລະ ຍົກສູງລະດັບກໍາລັງຄວາມສາມາດ ແລະ ມີຄວາມກ້າວໜ້າຢ່າງບໍ່ຢຸດຢັ້ງ ເພື່ອປະກອບສ່ວນເຂົ້າໃນຂະບວນວິວັດແຫ່ງການປະຕິບັດເປົ້າໝາຍພັດທະນາແບບຍືນຍົງ ແລະ ອະນາຄົດຂອງຫວຽດນາມ”.

        ໃນເວທີປາໄສ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບ 4 ກຸ່ມ ເນື້ອໃນຄື: ພັດທະນາແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ; ປົກປັກຮັກສາຊັບພະຍາກອນສິ່ງແວດລ້ອມ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ; ເຕັກໂນໂລຢີ ແລະ ການຄຸ້ມຄອງໃນພື້ນຖານເສດຖະກິດດີຈີຕອນ; ຍົກສູງສະມັດຕະພາບແຮງງານ ແລະ ຮັບປະກັນຄວາມຍຸຕິທໍາໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ