ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ແດນ​ມາກ ໃຫ້​ພັດ​ທະ​ນາ​ກ່​ວາ​ອີກ

(VOVWORLD) -ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັ້ກວ່າ ສອງຝ່າຍມີຄວາມສາມາດບົ່ມຊ້ອນເພື່ອເປີດກວ້າງການຮ່ວມມື ແລະ ຫວັງວ່າ ພະບໍລົມວົງສານຸວົງ  ແລະ ລັດຖະບານ ແດນມາກ ສືບຕໍ່ສະໜັບສະໜູນ ເລື່ອງສອງຝ່າຍສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ແດນມາດ ເລິກເຊິ່ງກ່ວາອີກ ໃນໄລຍະຈະມາເຖິງ.
ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ແດນ​ມາກ ໃຫ້​ພັດ​ທະ​ນາ​ກ່​ວາ​ອີກ - ảnh 1ອົງມົງກຸດລາຊະກຸມມານ ເຟຣເດີຣິກ ພ້ອມກັບ ເຈົ້າຍິງ ແມຣີ ເອລິຊາເບດ 

ວັນທີ 1 ພະຈິກ, ກ່າວຄຳເຫັນທີ່ການພົບປະກັບ  ອົງມົງກຸດລາຊະກຸມມານ ເຟຣເດີຣິກ ພ້ອມກັບ ເຈົ້າຍິງ ແມຣີ ເອລິຊາເບດ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັ້ກວ່າ ສອງຝ່າຍມີຄວາມສາມາດບົ່ມຊ້ອນເພື່ອເປີດກວ້າງການຮ່ວມມື ແລະ ຫວັງວ່າ ພະບໍລົມວົງສານຸວົງ  ແລະ ລັດຖະບານ ແດນມາກ ສືບຕໍ່ສະໜັບສະໜູນ ເລື່ອງສອງຝ່າຍສືບຕໍ່ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ແດນມາດ ເລິກເຊິ່ງກ່ວາອີກ ໃນໄລຍະຈະມາເຖິງ. ທ່ານປະທານປະເທດສະເໜີ ແດນມາກ ສືບຕໍ່ໜູນຊ່ວຍຫວຽດນາມ ກ່ຽວກັບບົດຮຽນປະສົບການ, ເຕັກໂນໂລຢີ ແລະ ການເງິນໃນການຜັນຂະຫຍາຍບັນດາຄຳໝັ້ນສັນຍາກ່ຽວກັບດິນຟ້າອາກາດ ແລະ ເຊື່ອໝັ້ນວ່າ ບັນດາວິສາຫະກິດ ແດນມາກ ຈະເພີ່ມທະວີການລົງທຶນ, ດຳເນີນທຸລະກິດຢ່າງສຳເລັດຜົນຢູ່ ຫວຽດນາມ ໃນຂົງເຂດວິສາຫະກິດ ແດນມາກ ມີທ່າແຮງ ແລະ ຫວຽດນາມ ມີຄວາມຕ້ອງການ. ເປີດກວ້າງການຮ່ວມມືໃນບັນດາຂົງເຂດຄືການສຶກສາ - ບຳລຸງສ້າງ, ແລກປ່ຽນວັດທະນະທຳ ແລະ ການທ່ອງທ່ຽວເພື່ອແນໃສ່ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມເຂົ້າໃຈເຊິ່ງກັນແລະກັນລະຫວ່າງປະຊາຊົນສອງປະເທດ. ອົງມົງກຸດລາຊະກຸມມານ ເຟຣເດີຣິກ ຢັ້ງຢືນວ່າ:

ຂ້າພະເຈົ້າມີຄວາມປະທັບໃຈເມື່ອເຫັນປະຈັກຕາ ການພົວພັນລະຫວ່າງ ແດນມາກ ແລະ ຫວຽດນາມ ພັດທະນາຕາມວັນເວລາ. ທາງດ້ານການດຳເນີນທຸລະກິດ, ປັດຈຸບັນ ແດນມາກ ແມ່ນປະເທດມີການລົງທຶນຢູ່ ຫວຽດນາມ ດ້ວຍວິສາຫະກິດແດນມາກ 135 ແຫ່ງຢູ່ ຫວຽດນາມ. ຢູ່ລະດັບຍຸດທະສາດ ແລະ ຂອບຂະໜາດໃຫຍ່ກ່ວາ, ພວກເຮົາມີຈຸດມຸ່ງໝາຍດ່ຽວກັນ ຍ້ອນວ່າ ພວກເຮົາມີຄວາມໃຝ່ຝັນມຸ່ງໄປເຖິງອະນາຄົດແຫ່ງສີຂຽວກ່ວາ ແລະ ບັນລຸເປົ້າມາຍກາຍເປັນປະເທດທີ່ມີລະດັບການປ່ອຍອາຍພິດເປັນ 0 ໃນປີ 2050. ນີ້ແມ່ນຄວາມໃຝ່ຝັນ ເຊິ່ງຍິ່ງມີຄວາມສຳຄັນກ່ວາອີກ ໃນຂະນະທີ່ ພວກເຮົາຕ້ອງປະເຊີນໜ້າກັບວິກິດການດ້ານພະລັງງານທົ່ວໂລກ. ເຖິງວ່າຈຸດເລີ່ມຕົ້ນຂອງພວກເຮົາແຕກຕ່າງກັນ ແຕ່ພວກເຮົາມີວິໄສທັດລວມ, ໃນຂົງເຂດຫຼຸດຜ່ອນຜົນຕາມມາຂອງການປ່ຽນແປງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ