ປັ​ບ​ປຸງ ແລະ ເພີ່​ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ອາກ​ຊັງ​ຕິນ

(VOVWORLD) -ໂດຍໄດ້ຮັບຄຳເຊື້ອເຊີນຂອງພັກກອມມູນິດ ອາກຊັງຕິນ, ຄະນະຜູ້ແທນຂັ້ນສູງພັກກອມມູນິດ ຫວຽດນາມ ໂດຍທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດ ຫວຽດນາມ ເປັນຫົວໜ້າຄະນະ ໄດ້ເຮັດວຽກຢູ່ ອາກຊັງຕິນໃນລະຫວ່າງວັນທີ 21 – 24 ສິງຫາ.
ປັ​ບ​ປຸງ ແລະ ເພີ່​ມ​ທະ​ວີ​ການ​ພົວ​ພັນ ຫວຽດ​ນາມ - ອາກ​ຊັງ​ຕິນ - ảnh 1ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາ ສູນກາງພັກກອມມູນິດ ຫວຽດນາມ ພົບປະກັບທ່ານJorge Kreyness ຜູ້ຮັກສາການເລຂາທິການໃຫຍ່ພັກກອມມູນິດ ອາກຊັງຕິນ (ພາບ: TTXVN)

ໃນເວລາຢ້ຽມຢາມ ອາກຊັງຕິນ, ຄະນະປະຕິບັດງານໄດ້ມີການເຈລະຈາ, ແລກປ່ຽນ ແລະ ພົບປະກັບທ່ານ Jorge Kreyness ຜູ້ຮັກສາການເລຂາທິການໃຫຍ່ພັກກອມມູນິດ ອາກຊັງຕິນ, ທ່ານ ເລຂາທິການໃຫຍ່ ພັກກອມມູນິດ ອູຣູກວາຍ, ທ່ານ  Jorge Taiana ຫົວໜ້າຄະນະພົວພັນຕ່າງປະເທດ ພັກຍຸຕິທຳ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ກະຊວງການຕ່າງປະເທດ ອາກຊັງຕິນ….

ທີ່ການພົບປະ, ທ່ານ ຫງວຽນຈ້ອງເຫງ້ຍ ຫົວໜ້າຄະນະໂຄສະນາສຶກສາສູນກາງ ຍົກໃຫ້ເຫັນຢ່າງຈະແຈ້ງນ້ຳໃຈສາມັກຄີ, ມິດຕະພາບ, ການສະໜັບສະໜູນ, ຊ່ວຍເຫຼືອຂອງປະຊາຊົນທີ່ກ້າວໜ້າຂອງບັນດາປະເທດ ອາເມລິກາ ລາຕິນ, ພິເສດແມ່ນປະຊາຊົນ ອາກຊັງຕິນ ແລະ ອູຣູກວາຍ, ຕໍ່ພາລະກິດແຫ່ງການປົດປ່ອຍຊາດ, ທ້ອນໂຮມປະເທດຊາດເປັນເອກກະພາບ, ກໍ່ຄືພາລະກິດແຫ່ງການພັດທະນາໃນປັດຈຸບັນຂອງຫວຽດນາມ; ທ່ານ ອວຍພອນບັນດາຜົນສຳເລັດເຊິ່ງບັນດາພັກການເມືອງ ອາກຊັງຕິນ ບັນລຸໄດ້ໃນໄລຍະຜ່ານມາ ແລະ ແບ່ງປັນບັນດາຄວາມຫຍຸ້ງຍາກເຊິ່ງອາກຊັງຕິນ ພວມປະເຊີນໜ້າ.

ສ່ວນບັນດາການນຳພັກການເມືອງ, ອົງການຈັດຕັ້ງ ຢູ່ ອາກຊັງຕິນ ແລະ ອູຣູກວາຍ ໄດ້ອວຍພອນ ແລະ ເຄົາລົບນັບຖືຕໍ່ບັນດາຜົນສຳເລັດເຊິ່ງ ຫວຽດນາມ ບັນລຸໄດ້ໃນພາລະກິດແຫ່ງການປ່ຽນແປງໃໝ່, ທ່ານເນັ້ນໜັກເຖິງບົດບາດນຳພາຂອງພັກກອມມູນິດ ຫວຽດນາມ, ຖືນີ້ແມ່ນແບບຢ່າງ ແລະ ບົດຮຽນອັນລ້ຳຄ່າສຳລັບພັກການເມືອງຢູ່ ອາກຊັງຕິນ ແລະ ອູຣູກວາຍ.

ຕອບກັບ

ຂ່າວ/ບົດ​ອື່ນ