ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ຫວຽດ​ນາມ - ລາວ

(VOVWORLD) - ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວຮັກສາ, ເພີ່ມພຸນຄຸນສ້າງ ການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວໃຫ້ນັບມື້ນັບພັດທະນາ.
ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ ຫວຽດ​ນາມ - ລາວ - ảnh 1ການຕ້ອນຮັບ (ພາບ: TTXVN)

ໂດຍໄດ້ຮັບການເຊື້ອເຊີນຂອງຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດ ຫວຽດນາມ, ຄະນະຜູ້ແທນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ໂດຍທ່ານ ວາລະໄຊ ເລ່ັງສະຫວັດ ຮອງຫົວໜ້າຄະນະ ນຳໜ້າ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມໃນລະຫວ່າງວັນທີ 15 – 17 ກໍລະກົດ. ວັນທີ 16 ກໍລະກົດ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບຄະນະ, ທ່ານເລຮ່ວາຍຈຸງ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ໄດ້ເນັ້ນໜັກເຖິງຄວາມໝາຍ, ຄວາມສຳຄັນ ຂອງມູນເຊື້ອສາມັກຄີແບບພິເສດ ຫວຽດນາມ - ລາວ, ກໍ່ຄືການພົວພັນລະຫວ່າງສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລະ ທ່ານຢັ້ງຢືນວ່າ ຫວຽດນາມ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອພ້ອມກັບລາວຮັກສາ, ເພີ່ມພຸນຄຸນສ້າງ ການພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວໃຫ້ນັບມື້ນັບພັດທະນາ, ປະກອບສ່ວນຮັກສາສະຖຽນລະພາບດ້ານການເມືອງ ແລະ ພັດທະນາເສດຖະກິດ - ສັງຄົມຢູ່ແຕ່ລປະເທດ ແລະ ແມ່ນພື້ນຖານ, ກຳລັງໜູນເພື່ອນຳການພົວພັນສອງປະເທດພັດທະນາຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ