ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອົດ​ສະ​ຕາ​ລີ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

(VOVWORLD) -  ນັບແຕ່ວັນທີ 05 – 10 ກັນຍາ, ທ່ານນາງ ຫງວຽນທິແທັງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕາລີ. 
ປັບ​ປຸງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ອົດ​ສະ​ຕາ​ລີ ເລິກ​ເຊິ່ງ​ຂຶ້ນ​ຕື່ມ - ảnh 1ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິແທັງ ແລະ ຄະນະ ຢ້ຽມຢາມ ສະພາຕ່ຳ ລັດ New South Wales (ພາບ:VOV)

ການຢ້ຽມຢາມຂອງຄະນະເພື່ອແນໃສ່ປະກອບສ່ວນປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດ ແລະ ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ລັດຖະສະພາ ອົດສະຕາລີ ແໜ້ນແຟ້ນກວ່າເກົ່າ.

        ໃນລະຫວ່າງວັນທີ 06 – 07 ກັນຍາ, ຢູ່ Sydney, ທ່ານນາງ ຫງວຽນທິແທັງ ໄດ້ພົບປະກັບການນຳສະພາແຫ່ງຊາດ ແລະ ອຳນາດການປົກຄອງລັດ New South Wales ແລະ ສະເໜີບາງຂົງເຂດຮ່ວມມືລະອຽດໃນໄລຍະຈະມາເຖິງ, ເຊັ່ນ: ການຄ້າ - ການລົງທຶນ, ຂຸດຄົ້ນບໍ່ແຮ່; logistics; ພະລັງງານສະອາດ ແລະ ຫຼຸດຜ່ອນການປ່ອຍອາຍພິດກາກບອນ....

        ກໍໃນວັນດຽວກັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິແທັງ ໄດ້ເຮັດວຽກກັບທ່ານ Anoulack Chanthivon ລັດຖະມົນຕີກະຊວງການຄ້າ ແລະ ອຸດສາຫະກຳ, ປ່ຽນແປງໃໝ່, ວິທະຍາສາດ ແລະ ເຕັກໂນໂລຢີ, ກໍ່ສ້າງ ແລະ ປະຕິຮູບລັດ New South Wales. ສອງຝ່າຍໄດ້ແລກປ່ຽນບາງຂົງເຂດຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນຊຸກຍູ້ການຮ່ວມມືກ່ຽວກັບການນະວັດຕະກຳ, ວິທະຍາສາດ, ເຕັກໂນໂລຢີ, ການສຶກສາ, ພະລັງງານ, hydrogen, ການເງິນ, ກອງເງິນລົງທຶນ, ທະນາຄານ...

        ຕໍ່ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິແທັງ ກໍໄດ້ມາຢ້ຽມຢາມສະຖານກົງສູນໃຫຍ່ ຫວຽດນາມ ປະຈຳນະຄອນ Sydney.

ວັນທີ 7 ກັນຍາ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິແທັງ ໄດ້ມີການພົບປະກັບຜູ້ຕາງໜ້າຊາວ ຫວຽດນາມ ອາໄສ ຢູ່ລັດ New South Wales.

ຫວຽດງາ - ນັກຂ່າວ VOV ປະຈຳ ອົດສະຕາລີ

ຕອບກັບ

ຂ່າວ/ບົດ​ອື່ນ