ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ ເພື່ອ​ຂຸດ​ຄົ້ນ​ແຫຼ່ງ​ກຳ​ລັງ​ທີ່​ດິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແກ່​ການ​ພັດ​ທະ​ນາ

(VOVWORLD) -   ການປັບປຸງກົດໝາຍວ່າດ້ວຍທີ່ດິນ ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນ ເຊິ່ງສະມາຊິກສະພາແຫ່ງຊາດຫຼາຍທ່ານໄດ້ເວົ້າເຖິງໃນວາລະປຶກສາຫາເມື່ອຕອນບ່າຍວັນທີ 21 ກໍລະກົດ ກ່ຽວກັບຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022, ດັດປັບໂຄງການສ້າງກົດໝາຍ  ແລະ ລັດຖະບັນຍັດ ປີ 2021.
ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ ເພື່ອ​ຂຸດ​ຄົ້ນ​ແຫຼ່ງ​ກຳ​ລັງ​ທີ່​ດິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ແກ່​ການ​ພັດ​ທະ​ນາ - ảnh 1ທ່ານ ໂຕວັນຕ໊າມ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ກອນຕຸມ (ພາບ: TTXVN)
ບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດໄດ້ຕົກລົງ ນຳກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງເຂົ້າໃນ ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022 ຂອງສະພາແຫ່ງຊາດ. ທ່ານ ໂຕວັນຕ໊າມ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ກອນຕຸມ ໄດ້ໃຫ້ຄຳເຫັນວ່າ:“ກົດໝາຍວ່າດ້ວຍທີ່ດິນ ພວມໄດ້ຮັບຄວາມສົນໃຈຈາກຜູ້ມີສິດເລືອກຕັ້ງ. ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ຮັບຮອງເອົາຕາມຂັ້ນຕອນໃນ 3 ວາລະປະຊຸມ. ໃນຕົວຈິງ, ທີ່ດິນ ຍັງບໍ່ທັນກາຍເປັນແຫຼ່ງກຳລັງໃຫຍ່ເພື່ອພັດທະນາເສດຖະກິດ - ສັງຄົມ. ແຕ່ຕາມໃບສະເໜີທີ່ຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດ ໄດ້ສະແດງທັດສະນະເປີດ: ອາດຈະຍູ້ໄວຄວາມຄືບໜ້າພິຈາລະນາຮັບຮອງເອົາກົດໝາຍດັ່ງກ່າວໃນ 2 ວາລະປະຊຸມ, ແຕ່ ຕາມຂ້າພະເຈົ້າແລ້ວ ຄວນປຶກສາຫາລືຜ່ານ 3 ວາລະປະຊຸມ”.ບັນດາຄຳເຫັນຂອງສະມາຊິກສະພາແຫ່ງຊາດໄດ້ຕົກລົງ ນຳກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງເຂົ້າໃນ ຮ່າງໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2022 ຂອງສະພາແຫ່ງຊາດ. ທ່ານ ໂຕວັນຕ໊າມ ສັງກັດຄະນະສະມາຊິກສະພາແຫ່ງຊາດແຂວງ ກອນຕຸມ ໄດ້ໃຫ້ຄຳເຫັນວ່າ:

       ຕາມໃບສະເໜີຂອງລັດຖະບານ, ມີ 11 ກຸ່ມນະໂຍບາຍໄດ້ຮັບການສະເໜີໃຫ້ປັບປຸງ, ເພີ່ມເຕີມ ໃນກົດໝາຍວ່າດ້ວຍທີ່ດິນ.

ຕອບກັບ

ຂ່າວ/ບົດ​ອື່ນ