ປັບປຸງກົດໝາຍວ່າດ້ວຍສະຫະກອນ ເພື່ອຮັບປະກັນຜົນປະໂຫຍດສູງສຸດໃຫ້ຊາວກະສິກອນ

ປັບປຸງກົດໝາຍວ່າດ້ວຍສະຫະກອນ ເພື່ອຮັບປະກັນຜົນປະໂຫຍດສູງສຸດໃຫ້ຊາວກະສິກອນ - ảnh 1
(ພາບປະກອບ)

(TTX) -     ຕອນ​ບ່າຍ​ວັນ​ທີ 16/9, ຢູ່​ຮ່າ​ໂນ້ຍ, ສະມາຄົມ​ຊາວ​ກະ​ສິກ​ອນຫວຽດນາມ ສົມທົບ​ກັບ​ກະຊວງ​ແຜ​ນການ ​ແລະ ການ​ລົງທຶນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ​ທາ​ບທາມ ​ແລະ ​ຮັບ​ເອົາ​ຄຳ​ຄິດ​ຄຳ​ເຫັນ​ຂອງ​ຜູ້​ຕາງໜ້າ​ສະມາຄົມ​ຊາວ​ກະສິກອນ​ທຸກຂັ້ນ​​ກ່ຽວ​ກັບ​ເນື້ອ​ໃນ​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ). ກ່ອນ​ໜ້າ​ນັ້ນ, ຮ່າງ​ກົດໝາຍວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ) ​ໄດ້​ຍືນ​ສະ​ເໜີ​ເພື່ອ​ຮັບ​ເອົາຄຳ​ຄິດ​ຄຳ​ເຫັນຈາກ​ບັນດາ​ສະມາຊິກ​ສາ​ພາ​ແຫ່ງ​ຊາດ​ຢູ່​ທີ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເທື່ອ​ທີ 3. ທີ່​ກ​ອງປະຊຸມ​ສຳ​ມະ​ນາ, ຄຳ​ຄິດ​ຄຳ​ເຫັນຂອງຜູ້ຕາງໜ້າສະມາຄົມ​ຊາວ​ກະ​ສິກ​ອນທຸກ​ຂັ້ນໄດ້​​ຕີ​ລາຄາ​ສູງ​ບັນດາ​ເນື້ອ​​ໃນ​ຂອງ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ); ​ໃນ​ນັ້ນ​ມີ​ເລື່ອງ​​ເຮັດແຈ້ງ​ບັນດາ​ແງ່​ມຸມ​ເພື່ອ​ມຸ່ງ​ໄປ​ເຖິງ​ການ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ສະມາຊິກ​ສະຫະກອນ. ຮ່າງ​ກົດໝາຍວ່າ​ດ້ວຍ​ສະຫະກອນ (ສະບັບ​ປັບປຸງ) ​ໄດ້​ກຳນົດ​ຢ່າງ​ລະອຽດ, ຈະ​ແຈ້ງກວ່າ​ເມື່ອ​ທຽບ​ໃສ່​ກັບ​ກົດໝາຍ​ວ່າ​ດ້ວຍ​ສະຫະກອນ​ປີ 2003, ພິ​ເສດ​ແມ່ນຫັນ​ເປັນ​ລະບອບ​ລະບຽບ​ການ​ລະອຽດກວ່າ​ສຳລັບທາດ​​ແທ້​ຂອງ​ອົງການຈັດ​ຕັ້ງ​ສະຫະກອນ ທີ່​ແຕກ​ຕາງ​ກັນ​ເມື່ອ​ທຽບ​ໃສ່​ກັບ​ອົງກາ​ນຈັດ​ຕັ້ງ​ວິ​ສາ​ຫະກິດ.

ຂ່າວ/ບົດ​ອື່ນ