ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ສິນ​ເຊື່ອ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ລະ​ບົບ​ທະ​ນາ​ຄານ

(VOVWORLD) - ເມື່ອປະກອບຄຳເຫັນທີ່ການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ການປັບປຸງກົດໝາຍວ່າດ້ວຍອົງການສິນເຊື່ອແມ່ນຈຳເປັນ, ມີຄວາມໝາຍສຳຄັນໃນການນຮັບປະກັນຄວາມປອດໄພຂອງລະບົບອົງການສິນເຊື່ອ
ປັບ​ປຸງ​ກົດ​ໝາຍ​ວ່າ​ດ້ວຍ​ອົງ​ການ​ສິນ​ເຊື່ອ​ເພື່ອ​ແນ​ໃສ່​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ລະ​ບົບ​ທະ​ນາ​ຄານ - ảnh 1ການປຶກສາຫາລື (ພາບ: quochoi.vn)

ຕອນບ່າຍວັນທີ 10 ມິຖຸນາ, ໃນມື້ເຮັດວຽກສຸດທ້າຍໃນຄັ້ງທີ 1 ຂອງກອງປະຊຸມສະໄໝສາມັນເທື່ອທີ 5, ສະພາແຫ່ງຊາດຊຸດທີ XV, ບັນດາຜູ້ແທນສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍບັນດາອົງການສິນເຊື່ອສະບັບປັບປຸງ.

ເມື່ອປະກອບຄຳເຫັນທີ່ການປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຖືວ່າ ການປັບປຸງກົດໝາຍວ່າດ້ວຍອົງການສິນເຊື່ອແມ່ນຈຳເປັນ, ມີຄວາມໝາຍສຳຄັນໃນການນຮັບປະກັນຄວາມປອດໄພຂອງລະບົບອົງການສິນເຊື່ອ, ປະກອບສ່ວນເຂົ້າໃນການຊ່ວຍບັນດາອົງການຄຸ້ມຄອງແຫ່ງລັດ ເພີ່ມທະວີການຄຸ້ມຄອງການເຄື່ອນໄຫວ, ແກ້ໄຂບັນດາອົງການສິນເຊື່ອທີ່ອ່ອນແອ. ເມືອເຕື້ອງເຖິງເນື້ອໃນປັບປຸງໃນຮ່າງກົດໝາຍສະບັບດັ່ງກ່າວ, ທ່ານ ຈິ່ງຊວັນອານ, ສະມາຊິກສະພາແຫ່ງຊາດແຂວງ ດົ່ງນາຍ ໃຫ້ຮູ້ວ່າ:
ໃນຮ່າງກົດໝາຍ ມີຫຼາຍເນື້ອໃນທີ່ໄດ້ວາງອອກເພື່ອຮັບປະກັນການປ້ອງກັນຄວາມສ່ຽງສຳລັບທະນາຄານ. ນີ້ແມ່ນໜຶ່ງໃນບັນດານະໂຍບາຍທີ່ສຳຄັນ. ຂ້າພະເຈົ້າສະເໜີຕ້ອງເພີ່ມເຕີມບາງຂໍ້ກຳນົດທີ່ມີລັກສະນະຮັບປະກັນຄວາມສ່ຽງໃຫ້ແກ່ທົ່ວລະບົບ. ຖ້າຈຳເປັນ, ພວກເຮົາຄວນສ້າງຕັ້ງຮູບແບບຂອງອົງການຕິດຕາມກວດກາ ແລະ ກວດກາການເງິນທີ່ກ່ຽວຂ້ອງເຖິງທະນາຄານ ທີ່ມີລັກສະນະເປັນເອກະລາດຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ