ປັບປຸງກອບກົດໝາຍກ່ຽວກັບຄວາມຮັບຜິດຊອບຄ່າຊົດເຊີຍຂອງລັດ

ປັບປຸງກອບກົດໝາຍກ່ຽວກັບຄວາມຮັບຜິດຊອບຄ່າຊົດເຊີຍຂອງລັດ - ảnh 1
ທ່ານນາງປະທານສະພາແຫ່ງຊາດ
ກ່າວຄຳເຫັນ
(ພາບ: TTXVN)

(vovworld) - ​ ​​ ​ໃຫ້​ຄຳ​ເຫັນ​ໃສ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ຄວາມ​ຮັບຜິດຊອບ​ຄ່າ​ຊົດ​ເຊີຍ​ຂອງ​ລັດ (ສະບັບ​ປັບປຸງ) ​ໃນ​ວາລະ​ປະຊຸມ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ຕອນ​ເຊົ້າ​ວັນ​ທີ 20/09, ບັນດາ​ສະມາຊິກ​ສະ​ເໜີ​ວ່າ: ​ເລື່ອງ​ແກ້​ໄຂ​ຄ່າ​ຊົດ​ເຊີຍ ຄວນ​ຮັບປະກັນ​ເຄົາລົບຄວາມ​ເຫັນ​ດີ​ເປັນ​ເອກະ​ພາບ​ນຳ​ກັນ​ຂອງ​ບັນດາ​ຝ່າຍ, ບໍ່​ຄວນ​ຫັນ​​ເປັນການບໍລິຫານ​ລະບຽບ​ການ​​ແກ້​ໄຂ​ຄ່າ​ຊົດ​ເຊີຍ​ໃຫ້​ແກ່​ຄວາມ​ເສຍ​ຫາຍ. ​ເພາະສະ​ນັ້ນ, ຄຽງ​ຂ້າງ​ຂັ້ນ​ຕອນ​ແກ້​ໄຂ​ຄວາມຮຽກ​ຮ້ອງຄ່າ​ຊົດ​ເຊີຍ​ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ດັ່ງກ່າວ​ແລ້ວ ສິດ​ຮຽກ​ຮ້ອງ​ຄ່າ​ຊົດ​ເຊີຍ​ສາມາດ​ໄດ້ຮັບ​ການ​ປະຕິບັດສົມທົບ​ກັັນ​ໃນ​ວິວັດ​ການ​ແກ້​ໄຂ​ຄຳ​ຮ້ອງທຸກ ຫຼື ​ໃນ​ວິວັດ​ການດຳ​ເນີນ​ຄະດີ​ອາຍາ, ດຳ​ເນີນ​ຄະດີ​ບໍລິຫານ ຫາກບໍ່​ຄວນ​ຈຳກັດ​ພຽງ​ແຕ່​ຕາມ​ກົດໝາຍ​ນີ້. ສິ່ງ​ສຳຄັນ​ແມ່ນ​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຕ້ອງ​ເຫັນ​ດີ​ເປັນ​ເອກະ​ພາບ​ກ່ຽວກັບ​ຄວາມ​ເສຍ​ຫາຍ​​ໄດ້​ຮັບ​ຄ່າ​ຊົດ​​ເຊີຍ ​ແລະ ລະດັບ​ຊົດ​ເຊີຍ.

        ຕອນ​ບ່າຍ​ວັນ​ດຽວ​ກັນ ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໄດ້​ໃຫ້​ຄຳ​ເຫັນ​ແກ່​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການ​ໜູນ​ຊ່ວຍ​ດ້ານ​ນິຕິ​ກຳ (ສະບັບ​ປັບປຸງ).


ຂ່າວ/ບົດ​ອື່ນ