ປັບປຸງການພັດທະນາການພົວພັນຮອບດ້ານຫວຽດນາມ-ເບລາຣຸດ

ປັບປຸງການພັດທະນາການພົວພັນຮອບດ້ານຫວຽດນາມ-ເບລາຣຸດ - ảnh 1
(ການນຳ 2 ປະເທດລົງນາມຖະແຫຼງການຮ່ວມ )

(vovworld) – ​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ​ເຈືອງ​ເຕີ໋ນຊາງ, ທ່ານ​ປະທານາທິບໍດີ ສ. ເບ​ລາຣຸດ Aleksandr  Lukashenko ຢ້ຽມຢາມ​ທາງ​ລັດຖະກິດ ຫວຽດນາມ ​ໃນ​ລະຫວ່າງ​ວັນ​ທີ 08 - 09/12. ​ໃນ​ໄລຍະ​ຢູ່​ຢ້ຽມຢາມ ຫວຽດນາມ, ທ່ານ​ປະທານາທິບໍດີ Lukashenko ພົບ​ປະ​ເຈ​ລະຈາກັບ​ທ່ານ​ປະທານ​ປະ​ເທດ ສສ ຫວຽດນາມ ​ເຈືອງ​ເຕີ໋ນຊາງ, ພົບ​ປະ​ກັບ​ທ່ານ​ເລຂາທິກ​ານ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ຟູ​ຈ້ອງ, ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີ່ນ​ຢຸງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ.

        ​ເນື່ອງ​ໃນ​ໂອກາດ​ນີ້, 2 ປະ​ເທດ​ໄດ້​ອອກ​ຖະ​ແຫຼ​ງການ​ຮ່ວມ, ​ໃນ​ນັ້ນ ​ເຫັນ​ດີ​ເປ​ັນ​ເອກະສັນ​ເພີ່ມ​ທະວີ​ການ​ພົບ​ປະ​ຂັ້ນ​ສູງ, ຊຸກຍູ້​ການ​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ​ລະຫວ່າງ​ລັດຖະບານ, ສະພາ​ແຫ່ງ​ຊາດ, ບັນດາ​ທ້ອງ​ຖິ່ນ, ບັນດາ​ອົງການ​ການ​ເມືອງ - ສັງຄົມ 2 ປະ​ເທດ, ຮັກສາ​ບັນດາ​ກົນ​ໄກ​ທາ​ບທາມ​ຄຳ​ເຫັນ ​ເພື່ອ​ແນ​ໃສ່​ສ້າງ​ການ​ພົວພັນ​ດ້ານ​ການ​ເມືອງທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ​ເປັນ​ພື້ນຖານ​ເພື່​ອພັດທະນາ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​. 2 ຝ່າຍ​ຢືນຢັນ​​ເຖິງ: ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ ​ແລະ ​ເຫັນ​ດີ​ເປັນ​ເອກະ​ພາບ​ພັດທະນາການ​ຮ່ວມ​ມື​ເສດຖະກິດ - ການ​ຄ້າ ​ແລະ ການ​ລົງທຶນ ກໍ​ຄື​ຊຸກຍູ້​ບັນດາ​ກາລະ​ໂອກາດ​ໃໝ່ ​ຜ່ານ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ພັນທະ​ມິດ ອາຊີ - ​ເອີ​ລົບ.

        ຝ່າຍ ເບ​ລາຣຸດ ຕີ​ລາຄາ​ສູງ​ເລື່ອງຝ່າຍ ຫວຽດນາມ ຍົກ​ເວັ້ນວີ​ຊາ​ໃຫ້​ຊາວ ເບ​ລາຣຸດ ​ເຂົ້າ​ ຫວຽດນາມ ​ໄລຍະ​ສັ້ນ​ແຕ່​ວັນ​ທີ 01/7/2015.

        2 ຝ່າຍ​ຕີ​ລາຄາ​ສູງ​ ໝາກຜົນ​​ແຫ່ງການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ​ ລະຫວ່າງ ຫວຽດນາມ ​ແລະ ເບ​ລາຣຸດ ຢູ່​ບັນດາ​ເວທີ​ປາ​​ໄສ​ຫລາຍ​ຝ່າຍ, ຢືນຢັນ​ວ່າ: ພ້ອມ​ແລ້ວ​ທີ່ຈະ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ຢູ່ ສະຫະ​ປະຊາ​ຊາດ, ຂະ​ບວນການ​ບໍ່​ຮ່ວມ​ກຸ່ມ ​ແລະ ບັນດາ​ເວທີ​ປາ​ໄສ​ອື່ນໆ, ພ້ອມ​ກັນ​ມານະ​ພະຍາຍາມ ​ເພື່ອ​ເປົ້າ​ໝາຍ​ຊຸກຍູ້ການ​ສ້າງ​ຄວາມ​​ເປັນລະບຽບ​ຮຽບຮ້ອຍ​ດ້ານ​ການ​ເມືອງ ​ແລະ ​ເສດຖະກິດ​ສາກົນ​ໃຫ້​ເໝາະ​ສົມ ​ແລະ ຍຸຕິ​ທຳ.

        2 ຝ່າຍ​ລ້ວນ​ແຕ່​ສະໜັບ​ສະ​ໜູນການ​​ແກ້​ໄຂ​ຄວາມ​ຂັດ​ແຍ້​ງອະທິປະ​ໄຕ, ​ໃນ​ນັ້ນ​ມີ​ການ​ຂັດ​ແຍ້​ງກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ, ດ້ວຍ​ສັນຕິ​ວິທີ​ຕ່າງໆ, ​ໂດຍບໍ່​ນຳ​ໃຊ້​ກຳລັງ​ອາວຸດ ຫລື ນາບ​ຂູ່​ນຳ​ໃຊ້​ກຳລັງ​ອາວຸດ, ບົນ​ພື້ນຖານ​ບັນດາ​ຫລັກ​ການ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982; ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ ​ແລະ ບັນລຸ​ໄດ້​ຂໍ້​ກຳນົດ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ ​ເພື່ອ​ແນ​ໃສ່​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

ຂ່າວ/ບົດ​ອື່ນ