ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ

(VOVWORLD) -ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris, ໄດ້ມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 24 – 26 ສິງຫາ
ປັບປຸງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ - ảnh 1(ທ່ານເອກອັກຄະລັດຖະທູດ ໂງກວາງຊວັນ, ອະດີດເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນຢູ່ຊີແນວ)

ທ່ານນາງຮອງປະທານາທິບໍດີອາເມລິກາ Kamala Harris, ໄດ້ມາຢ້ຽມຢາມຫວຽດນາມ ໃນລະຫວ່າງວັນທີ 24 – 26 ສິງຫາ, ຕາມຄຳເຊື້ອເຊີນຂອງທ່ານນາງຮອງປະທານປະເທດຫວຽດນາມ ຫວໍທິແອັງຊວນ. ການຢ້ຽມຢາມຖືກດຳເນີນໄປໃນສະພາບການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມໃນທຸກຂົງເຂດ. ນີ້ກໍ່ແມ່ນການໄປປະຕິບັດງານຕ່າງປະເທດຄັ້ງທຳອິດຂອງທ່ານນາງຮອງປະທານາທິບໍດີອາເມລິກາ ເຖິງ ສິງກະໂປ ແລະ ຫວຽດນາມ, ສ້າງຂີດໝາຍໄລຍະໃໝ່ໃນການເຂົ້າຮ່ວມຂອງອາເມລິກາ ຢູ່ອາຊີຕາເວັນອອກສ່ຽງໃຕ້. ເມື່ອຕອບສຳພາດຕໍ່ນັກຂ່າວ VOV ກ່ອນການເດີນທາງຢ້ຽມຢາມ ຫວຽດນາມ ຂອງທ່ານນາງ Kamala Harris, ທ່ານເອກອັກຄະລັດຖະທູດ ໂງກວາງຊວັນ, ອະດີດເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ ແລະ ບັນດາອົງການຈັດຕັ້ງສາກົນຢູ່ເຊີແນວ ຖືວ່າ, ການຢ້ຽມຢາມຫວຽດນາມ ຂອງທ່ານນາງ Kamala Harris ແມ່ນໂອກາດເພື່ອໃຫ້ 2 ຝ່າຍປັບປຸງການພົວພັນຄູ່ຮ່ວມມືຮອບດ້ານ, ແທດຈິງໃນທຸກຂົງເຂດ, ພ້ອມທັງເປີດກາລະໂອກາດຮ່ວມມືຫຼາຍຢ່າງໃຫ້ແກ່ການພົວພັນລະຫວ່າງ 2 ປະເທດໃນໄລຍະຈະມາເຖິງ.

“ການຢ້ຽມຢາມແມ່ນໂອກາດເພື່ອໃຫ້ອາເມລິກາ ເປີດກວ້າງການລົງທຶນເຂົ້າໃນຂົງເຂດເຕັກໂນໂລຊີສູງ, ເສດຖະກິດດີຈີຕອນ, ຕົວເມືອງອັດສະລິຍະ, ພະລັງງານສະອາດຜະລິດຄືນໃໝ່, ພັດທະນາແບບຍືນຍົງ, ຄວາມໝັ້ນຄົງດ້ານພະລັງງານ, ການສຶກສາບຳລຸງສ້າງມີຄຸນນະພາບສູງ… ການຢ້ຽມຢາມກໍ່ສ້າງກາລະໂອກາດຮ່ວມມືປ້ອງກັນ ຕ້ານໂລກລະບາດໂຄວິດ-19. ມາຮອດປະຈຸບັນ, ອາເມລິກາ ໄດ້ຊ່ວຍວັກຊິນກັນໂຄວິດ-19 ຈຳນວນ 7 ລ້ານໂດສໃຫ້ແກ່ ຫວຽດນາມ, ພ້ອມທັງໃຫ້ຄຳໝັ້ນສັນຍາສືບຕໍ່ໜູນຊ່ວຍຫວຽດນາມ. ການຢ້ຽມຢາມກໍ່ຊ່ວຍໃຫ້ 2 ຝ່າຍປຶກສາຫາລືການຟື້ນຟູເສດຖະກິດຫຼັງໂຄວິດ, ຄວາມໝັ້ນຄົງດ້ານເຄືອຂ່າຍອີນເຕີແນັດ, ການປ່ຽນແປງຂອງດິນຟ້າອາກາດ…”

ທ່ານເອກອັກຄະລັດຖະທູດ ໂງກວາງຊວັນ ຢືນຢັນວ່າ, ການຢ້ຽມຢາມຫວຽດນາມ ຄັ້ງນີ້ຂອງທ່ານນາງຮອງປະທານາທິບໍດີ Kamala Harris ຈະປັບປຸງການພົວພັນຄູ່ຮ່ວມມືຮອບດ້ານ, ການແບ່ງປັນຜົນປະໂຫຍດ ແລະ ໜ້າທີ່ຄວາມຮັບຜິດຊອບໃນການແກ້ໄຂບັນດາບັນຫາທົ່ວໂລກກວ່າອີກ.

ຕອບກັບ

ຂ່າວ/ບົດ​ອື່ນ