ປັບປຸງການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສະວິດ

(VOVWORLD) - ວັນທີ 20 ມັງກອນ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບີງ ໄດ້ມີການພົບປະເຈລະຈາກັບທ່ານ Guy Parmelin ຮອງປະທານາທິບໍດີທັງເປັນລັດຖະມົນຕີກະຊວງເສດຖະກິດ, ການສຶກສາ ແລະ ຄົ້ນຄວ້າ ສະວິດ, ພົບປະ ແລະ ເຮັດວຽກກັບທ່ານ Christoph Ammann ຜູ້ວ່າການລັດ Bern.
ປັບປຸງການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ສະວິດ - ảnh 1ທ່ານ ເຈືອງຮ່ວາບີງ ແລະ ທ່ານ  Guy Parmelin. ພາບ: TTXVN 

        ທີ່ການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ແລະ ທ່ານຮອງປະທານາທິບໍດີ, ລັດຖະມົນຕີກະຊວງເສດຖະກິດ Guy Parmelin ໄດ້ເຫັນດີເປັນເອກະພາບຈະສືບຕໍ່ຍູ້ແຮງການເຈລະຈາສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ກຸ່ມການຄ້າເສລີ ເອີຣົບ (EFTA) ເຊິ່ງ ສະວິດ ເປັນສະມາຊິກ, ແນໃສ່ສ້າງເງື່ອນໄຂສະດວກໃຫ້ແກ່ການແລກປ່ຽນການຄ້າ, ການຮ່ວມມືລົງທຶນລະຫວ່າງ 2 ປະເທດ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງ 2 ພື້ນຖານເສດຖະກິດ. 2 ຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງແກ້ໄຂບັນດາການຄັດແຍ້ງໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ຢູ່ທະເລຕາເວັນອອກ ກໍ່ຄືບັນດາພາກພື້ນອື່ນໆອີກ.

        ທີ່ການພົບປະກັບທ່ານ Christoph Ammann ຜູ້ວ່າການລັດ Bern, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີງ ໄດ້ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການປັບປຸງ, ພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອກັບ ສະວິດ; ປາດຖະໜາຢາກໃຫ້ລັດ Bern ຈະສືບຕໍ່ສະໜັບສະໜູນ ແລະ ປະກອບສ່ວນໃນການຮ່ວມມືລະຫວ່າງ 2 ປະເທດໃຫ້ຫລາຍກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ