ປັບປຸງກຳລັງພາຍໃນຂອງພື້ນຖານເສດຖະກິດ, ເປັນເຈົ້າການເຊື່ອມໂຍງກັບສາກົນ

ປັບປຸງກຳລັງພາຍໃນຂອງພື້ນຖານເສດຖະກິດ, ເປັນເຈົ້າການເຊື່ອມໂຍງກັບສາກົນ - ảnh 1
ທ່ານ ຫງວຽນ​ຈີ໋ຢຸງ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ
(ພາບ​ປະ​ກອບ: thoibaotaichinhvietnam.vn)

(vovworld) - ​ໃນ​ຂອບ​ເຂດ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 2 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 14, ຕອນ​ບ່າຍ​ວັນ​ທີ 20/10, ທ່ານ ຫງວຽນ​ຈີ໋ຢຸງ, ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ​ໄດ້​ລາຍ​ງານ​ແຜນການ​ຂອງ​ລັດຖະບານ​ກ່ຽວ​ກັບ​ການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ໄລຍະ 2016-2020. ການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ໄລຍະ 5 ປີ​ຈະ​ມາ​ເຖິງ ​ເພື່ອ​ແນ​ໃສ່​ປ່ຽນ​ແປງ​ໂຄງ​ປະກອບ ​ແລະ ລະດັບ​ຂອງ​ພື້ນຖານ​ເສດຖະກິດ, ສ້າງ​ເປັນ​ໂຄງ​ປະກອບ​ເສດຖະກິດ​ທີ່​ເໝາະ​ສົມ ​ແລະ ຂະຫຍັນ​ຂັນ​ເຄື່ອນ​ກວ່າ, ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງສູງ​ກວ່າ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເຕີບ​ໂຕ​ໃຫຍ່​ກວ່າ ​ແລະ ຮັບປະກັນ​ການ​ເຕີບ​ໂຕ​ຂຽວ, ສະອາດ ​ແລະ ໝັ້ນຄົງ.

        ບົນ​ພື້ນຖານ​ນັ້ນ, ​ແຜນການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ໄລຍະ 2016-2020 ​ໄດ້​ຍົກ​ອອກ 5 ​ເນື້ອ​ໃນ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດຈຸດ​ສຸມ. ​ເພື່ອ​ປະຕິບັດ 5 ​ເນື້ອ​ໃນດັ່ງກ່າວ​ໃຫ້​ໄດ້, ​ແຜນການ​ວາງ​ອອກ​ຫຼາຍ​ໜ້າ​ທີ່​ຢ່າງ​ລະອຽດ, ​ໃນ​ນັ້ນ​ມີ 10 ໜ້າ​ທີ່​ທີ່​ມີ​ລັກສະນະ​ບຸລິມະສິດ​ສູງ, ຄວນ​ສຸມ​ໃສ່​ແຫຼ່ງກຳລັງ​ເພື່ອ​ປະຕິບັດ.

        “ປັບປຸງ​ສະພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸລະ​ກິດ ​ແລະ ໜູນ​ຊ່ວຍ​ການ​ພັດທະນາ​ວິ​ສາ​ຫະກິດ​ເອກະ​ຊົນ​ນັບ​ທັງ​ຂັ້ນສູນ​ກາງ ​ແລະ ທ້ອງ​ຖີ່​ນ; ​ເດັດ​ດຽວ​ຫັນ​ເປັນ​ຫຸ້ນ​ສ່ວນ, ປັບປຸງ​ລະບອບ​ຄຸ້ມ​ຄອງ​ການ​ລົງທຶນ​ພາກ​ລັດ; ຍູ້​ແຮງ​ວິວັດ​ການ​ແກ້​ໄຂ​ໜີ້​ເສຍ; ​ເປີດ​ກວ້າງ​ຂອບ​ຂະໜາດ, ​ເພີ່ມ​ທະວີ​ດ້ານ​ຈຳນວນ ​ແລະ ປັບປຸງ​ຄຸນ​ນະພາ​ບນັກ​ລົງທຶນ, ບັນດາ​ຜະລິດ​ຕະພັນ​ສິນຄ້າ; ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຂອງ​ຕະຫຼາດ​ຫຼັກ​ຊັບ, ຕະຫຼາດ​ທະ​ນາ​ບັດ ​ແລະ ຕະຫຼາດ​ປະກັນ​ໄພ…“.

        ຄາດ​ຄະ​ເນ​ວ່າ, ​ແຫຼ່ງກຳລັງ​ເພື່ອ​ປະຕິບັດ​ແຜນການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ໄລຍະ 2016-2020 ​ແມ່ນ​ປະມານ 10.567.000 ຕື້​ດົ່ງ. ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຈະ​ປຶກສາ​ຫາລື​ ແຜນການສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ໄລຍະ 2016-2020 ຢູ່​ຕາມ​ໜ່ວຍ​ໃນ​ວັນ​ທີ 22/10 ຈະ​ມາ​ເຖິງ.

        ​ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ທີ 20/10, ສະພາ​ແຫ່ງ​ຊາດ​ກໍ່​ຮັບ​ຟັງ​ບົດ​ລາຍ​ງານ​ກ່ຽວ​ກັບ​ແຜນການ​ການ​ເງິນ​ໄລຍະ 5 ປີ; ບົດ​ລາຍ​ງານ​ກ່ຽວ​ກັບ​ຄາດໝາຍ, ທິດ​ທາງ​ລະດົມ, ນຳ​ໃຊ້​ທຶນ​ກູ້​ຢືມ ​ແລະ ຄຸ້ມ​ຄອງ​ໜີ້​ສາທາລະນະ ​ໄລຍະ 2016-2020; ​ແຜນການ​ລົງທຶນ​ພາກ​ລັດ​ໄລຍະ 2016-2020 ​ແລະ ບັນດາ​ບົດ​ລາຍ​ງານ​ກວດກາ​ບັນດາ​ເນື້ອ​ໃນ​ດັ່ງກ່າວ.

ຂ່າວ/ບົດ​ອື່ນ