ປັບ​ປຸງຂໍ້ກຳນົດ​ການເຂົ້າ​ເມືອງ​ຕໍ່​ແຂກ​ທ່ອງ​ທ່ຽວ

(VOVWORLD) -    ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີໃຫ້ກະຊວງສາທາລະນະສຸກຮັບເອົາວັກຊິນ ແລະ ຊີ້ນຳປະຕິບັດການຊັກວັກຊິນໃຫ້ແກ່ເດັກມີອາຍຸແຕ່ 5 ຫາ 12 ປີຢ່າງຮີບດ່ວນ; ສຸມໃສ່ຄົ້ນຄ້ວາ, ເສນາທິການການສັກວັກຊິນຕ້ານໂລກລະບາດໂຄວິດ - 19 ເຂັມທີ 4, ຮັບປະກັນມີວິທະຍາສາດ, ປອດໄພ, ມີປະສິດທິຜົນ.
ປັບ​ປຸງຂໍ້ກຳນົດ​ການເຂົ້າ​ເມືອງ​ຕໍ່​ແຂກ​ທ່ອງ​ທ່ຽວ - ảnh 1ແຂກທ່ອງທ່ຽວສາກົນ ມາທ່ຽວ ໂຮ້ຍອານ ໃນເດືອນ ມີນາ 2021 

   ໂດຍພິຈາລະນາຂໍ້ສະເໜີຂອງກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ຫວຽດນາມ ກ່ຽວກັບການເປີດການເຄື່ອນໄຫວການທ່ອງທ່ຽວຄືນໃໝ່ຮັບປະກັນຄວາມປອດໄພ, ມີປະສິດທິຜົນໃນສະພາບການປົກກະຕິໃໝ່, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ມອບໃຫ້ກະຊວງສາທາລະນະສຸກ ປັບປຸງບັນດາຂໍ້ກຳນົດຕໍ່ແຂກທ່ອງທ່ຽວເຂົ້າເມືອງໃຫ້ສອດຄອງກັບແຜນການເປີດການເຄື່ອນໄຫວການທ່ອງທ່ຽວຄືນໃໝ່ໃນສະພາບການປົກກະຕິໃໝ່ຕາມຈິດໃຈ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ”. ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ປະຕິບັດຕາມບົດບາດ, ໜ້າທີ່ ແລະ ສິດອຳນາດຂອງຕົນເປັນເຈົ້າການສົມທົບກັບກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ, ຜັນຂະຫຍາຍບັນດາການເຄື່ອນໄຫວການທ່ອງທ່ຽວຮັບປະກັນປອດໄພ, ມີປະສິດທິຜົນ, ສະດວກໃຫ້ແກ່ແຂກທ່ອງທ່ຽວ.

        ທ່ານຮອງນາຍົກລັດຖະມົນຕີກໍ່ສະເໜີໃຫ້ກະຊວງສາທາລະນະສຸກຮັບເອົາວັກຊິນ ແລະ ຊີ້ນຳປະຕິບັດການຊັກວັກຊິນໃຫ້ແກ່ເດັກມີອາຍຸແຕ່ 5 ຫາ 12 ປີຢ່າງຮີບດ່ວນ; ສຸມໃສ່ຄົ້ນຄ້ວາ, ເສນາທິການການສັກວັກຊິນຕ້ານໂລກລະບາດໂຄວິດ - 19 ເຂັມທີ 4, ຮັບປະກັນມີວິທະຍາສາດ, ປອດໄພ, ມີປະສິດທິຜົນ.


ຕອບກັບ

ຂ່າວ/ບົດ​ອື່ນ