ປັບປຸງຍຸດທະສາດ,ນະໂຍບາຍຄຸ້ມຄອງຊັບພະຍາກອນແລະສິ່ງແວດລ້ອມໃຫ້ສົມບູນແບບ

ປັບປຸງຍຸດທະສາດ,ນະໂຍບາຍຄຸ້ມຄອງຊັບພະຍາກອນແລະສິ່ງແວດລ້ອມໃຫ້ສົມບູນແບບ - ảnh 1
ຮອງລັດຖະມົນຕີກະຊວງຊບພະຍາກອນ ແລະ  ສິ່ງແວດລ້ອມ ຫວໍຕ໋ວນເຍີນ ກ່າວຄຳເຫັນທີ່ກອງປະຊຸມ

(vovworld) –  ປັບປຸງຍຸດ​ທະ​ສາດ, ນະ​ໂຍບາຍ​ຄຸ້ມ​ຄອງ​ຊັບພະຍາກອນ​ແລະ​ສິ່ງ​ແວດ​ລ້ອມ​ໃຫ້​ສົມບູນ​ແບບ - ນີ້​ແມ່ນ​ບັນຫາ​ໄດ​້ຍົກ​ອອກ​ມາ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ “ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ແບບ​ຍືນ​ຍົງ”, ​ໂດຍ​ສະຖາ​ບັນ​ຍຸດ​ທະ​ສາດ, ນະ​ໂຍບາຍ​ຊັບພະ​ຍາກ​ອນ ​ແລະ ສິ່ງ​ແວດ​ລ້ອມ​ສົມທົບ​ກັບ​ອົງການ Hanns Seidel Foundation ​ແລະ ອົງການ​ຮ່ວມ​ມື​ພັດທະນາ ​ເຢຍລະ​ມັນ (GIZ) ຈັດ​ຕັ້ງ​ໃນ​ວັນ​ທີ 15/9, ຢູ່​ຮ່າ​ໂນ້ຍ. ​ເມື່ອ​ຕີ​ລາຄາ​ກ່ຽວ​ກັບ​ສະພາບ​ຕົວ​ຈິງ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດຢູ່ ຫວຽດນາມ, ທ່ານ​ຮອງ​ສາດສະ​ດາ​ຈານ, ປອ ຫງວຽນ​ເທ໋ຈີ​ງ, ຫົວໜ້າ​ສະ​ຖາ​ບັນ​ຍຸດ​ທະ​ສາດ, ນະ​ໂຍບາຍ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ແມ່ນ​ໃຫ້​ຮູ້​ວ່າ: ກ່ຽວ​ກັບພື້ນຖານ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ​ ​ແລະ ບັນດາ​ນະ​ໂຍບາຍ​ປະຕິບັດ​ຂອງ ຫວຽດນາມ​ຄື: ຍຸດ​ທະ​ສາດ​ການວາງ​ແຜນ, ​ແຜນການ​ປະຕິບັດ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ຄົບ​ຖ້ວນ​ພໍ​ສົມຄວນ, ປະກອບ​ສ່ວນ​ຈຳກັດ​​ການ​ຊຸດ​ໂຊມ​ຊັບພະຍາກອນ​ ​ແລະ ສິ່ງ​ແວດ​ລ້ອມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກວິທະຍາສາດ​ພາຍ​ໃນ ​ແລະ ຕ່າງປະ​ເທດພ້ອມ​ກັບ​ບັນດາ​ນັກ​ຄຸ້ມ​ຄອງ​ໄດ້​ໄຈ້​ແຍກ​ລວງ​ເລິກ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ມີ​ຄວາມ​ສາມາດ​ເປັນ​ໄປ​ໄດ້​ໃນ​ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ມຸ່ງ​ໄປ​ເຖິງ​ການ​ພັດທະນາ​ຮອດ​ປີ 2020.


ຂ່າວ/ບົດ​ອື່ນ