ປັບປຸງບັນດາມາດຖານໃຫ້ເໝາະສົມກັບທ້ອງຖິ່ນເມື່ອກໍ່ສ້າງຊົນນະບົດໃໝ່

ປັບປຸງບັນດາມາດຖານໃຫ້ເໝາະສົມກັບທ້ອງຖິ່ນເມື່ອກໍ່ສ້າງຊົນນະບົດໃໝ່ - ảnh 1
(ປັບປຸງບັນດາມາດຖານໃຫ້ເໝາະສົມ
ກັບທ້ອງຖິ່ນເມື່ອກໍ່ສ້າງຊົນນະບົດໃໝ່)


(vovworld)- ​ ​ ​​ ປັບປຸງ​ບັນດາ​ມາດຖານ​ໃຫ້ເໝາະ​ສົມກັບທ້ອງ​ຖິ່ນ​ເມື່ອ​ກໍ່ສ້າງ​ຊົນນະ​ບົດ​ໃໝ່, ນັ້ນ​ແມ່ນ​ຄຳ​ສັ່ງຊີ້​ນຳ​ຂອງ​ທ່ານ​ຮອງນາຍົກລັດຖະມົນຕີຫວຽດນາມ ຫວູວັນນີ​ງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕອນ​ບ່າຍ​ວັນ​ທີ 15/7, ຢູ່ ຮ່າ​ໂນ້ຍ, ​ໃນການ​ປະຊຸມ​ກັບ​ບັນດາ​ສະມາຊິກ​ປະຈຳຄະນະ​ຊີ້​ນຳ ກ່ຽວ​ກັບ​ແຜນການ​ສະຫຼຸບ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດກໍ່ສ້າງ​ຊົນນະບົດ​ໃໝ່​ໄລຍະ 1 (2011-2015), ສະພາບ​ການຈັດ​ແບ່ງ​ບັນດາ​ແຫຼ່ງທຶນ​ເພີ​່ມ​ເຕີມ​ໃຫ້​ປີ 2015 ​ແລະ ກວດກາ​, ສະ​ເໜີ​​ປັບປຸງ, ​ເພີ່ມ​ເຕີມ​ບາງ​ມາດຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ຊົນນະບົດ​ໃໝ່,ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫວູວັນນີ​ງ ກໍ​ຮຽກຮ້ອງ​ກະຊວງ​ການ​ເງິນ​ປັບປຸງ, ປະກາດ​ເອກະສານ​​ແນະນ​ຳ​ໃຫ້​ບັນດາ​ທ້ອງ​ຖິ່ນ​ບໍ່​ໄດ້​ປຸກລະດົມ​ແຫຼ່ງທຶນ​ຈາກ​ຜູ້​ທຸກ​ຍາກ, ຄອບຄົວ​ນະ​ໂຍບາຍໂດຍ​ໄວ​ ເພື່ອ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່​.
ຂ່າວ/ບົດ​ອື່ນ