ປັບປຸງສ້າງຂໍ້ກຳນົດບົດບາດໜ້າທີ່ຂອງ ຕໍາຫຼວດປະຊາຊົນໃນລັດຖະທຳມະນູນ

ປັບປຸງສ້າງຂໍ້ກຳນົດບົດບາດໜ້າທີ່ຂອງ ຕໍາຫຼວດປະຊາຊົນໃນລັດຖະທຳມະນູນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຕໍາຫຼວດ ​ເຈິ່ນດ້າຍ​ກວ້າງ
ກ່າວ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ
(ພາບ: chutichhochiminh.net)


(vovworld) -        ​ ກອງ​ປະຊຸມ​ສຳ​ມະ​ນາ “ບັນດາ​ເນື້ອ​ໃນ​ປັບ​ປຸງ, ​ເພີ່ມ​ເຕີມລັດຖະທຳ​ມະນູນ​ປີ 1992 ທີ່​ກ່ຽວຂ້ອງ​ເຖິງ​ທີ່​ຕັ້ງ, ບັດ​ບາດ​ໜ້າ​ທີ່ຂອງ​ຕໍາຫຼວດປະຊາຊົນ” ​ເຊິ່ງດຳ​ເນີນ​ໄປ​ໃນ​ວັນ​ທີ 24/12, ຢູ່​ຮ່າ​ໂນ​້ຍ, ​ເພື່ອ​ແນ​ໃສ່​​ເກັບ​ກຳ​ມູນ​ຖານຈາ​ກພຶດຕິ​ກຳ​​ຕົວ​ຈິງ, ທິດ​ສະ​ດີ ​ເພື່ອ​ປະກອບສ່ວນ​​ໃຫ້​ແກ່​ພັກ, ລັດ ກ່ຽວ​ກັບ​ບັນດາ​ບັນຫາ​ທີ່​ກ່ຽວຂ້ອງ​ເຖິງ​ຂໍ້​ກຳນົດ​ກ່ຽວ​ກັບ​ທີ່​ຕັ້ງ, ບົດບາດ​ໜ້າ​ທີ່​ຂອງຕໍາຫຼວດປະຊາຊົນ, ກໍ​ຄື​ບັນດາ​ຂໍ້ກຳນົດ​ອື່ນ​ໃນ​ລັດຖະທຳ​ມະນູນ​ປີ 1992. ກ່າວ​ຄຳ​​ເຫັນ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ລັດຖະມົນຕີ​ກະຊວງ​ຕໍາຫຼວດ ​ເຈິ່ນດ້າຍ​ກວ້າງ ສະ​​ເໜີ​ໃຫ້​ບັນດາ​ຜູ້​ແທນ​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ຂໍ້​ກຳນົດ​ ​ແລະ ສະພາບ​ຕົວ​ຈິງ​ການ​ປະຕິບັດ​ຂໍ້ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 1992 ທີ່​ກ່ຽວຂ້ອງ​ເຖິງ​ທີ່​ຕັ້ງ, ບົດບາດ​ໜ້າ​ທີ່ຂອງ​ຕໍາຫຼວດ​ປະຊາຊົນ; ກຳນົດ​ບັນດາ​ຂໍ້​ຈຳກັດ, ຂໍ້​ຕິດ​ຄັດ​ໃນ​ຂໍ້​ກຳນົດ​ຂອງ​ລັດຖະທຳ​ມະນູນ​ປີ 1992 ທີ່​ຈຳ​ເປັນ​ຕ້ອງ​ປັບ​ປຸງ, ​ເພີ່ມ​ເຕີມ; ບັນດາ​ມາດ​ຕະການ​ລະດົມ​ກຳລັງ​​ໃຈ, ສົງ​ເສີມ​ພະນັກງານ, ນັກຮົບ, ຕໍາຫຼວດ ​ແລະ ປະຊາຊົນ​ເຂົ້າ​ຮ່ວມ​ປະກອບ​ຄວາມ​ເຫັນ ​​ໃຫ້​ແກ່​ການ​ສ້າງ​ລັດຖະທຳ​ມະນູນ; ຄາດ​ຄະ​ເນ​ບັນດາ​ກໍລະນີ​ເພື່ອ​ເປັນ​ເຈົ້າການ​ທັບ​ມ້າງ​ທຸກ​ກົນອຸ​ບາຍ, ການ​ເຄື່ອນ​ໄຫວ​ຂອງ​ກຳລັງ​ເປັນ​ປໍ​ລະ​ປັກ​ທີ່​ສວຍ​​ໂອກາດ​ໃນ​ການ​ປ​ັບປຸງ​​ເພີ່ມ​ເຕີມລັດຖະທຳ​ມະນູນປີ 1992 ​ເພື່ອ​ຕ້ານ​ທຳລາຍ​ພັກ, ລັດ ຫວຽດນາມ.


ຂ່າວ/ບົດ​ອື່ນ