ປັບປຸງສາຍພົວພັນຮ່ວມມືລະຫວ່າງອົງການແນວໂຮມສອງປະເທດຫວຽດນາມ - ລາວ

(VOVWORLD) -ວັນທີ 27 ມີນາ, ຢູ່ນະຄອນຫຼວງຮ່າໂນ້ຍ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເໝີນ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ແນວລາວສ້າງຊາດໂດຍທ່ານນາງ ຍອດແກ້ວມານີ ສຸພານຸວົງ, ຮອງປະທານແນວລາວສ້າງຊາດ ນຳໜ້າ
ປັບປຸງສາຍພົວພັນຮ່ວມມືລະຫວ່າງອົງການແນວໂຮມສອງປະເທດຫວຽດນາມ - ລາວ - ảnh 1 ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເໝີນ ຕ້ອນຮັບ ທ່ານນາງຍອດແກ້ວມານີ ສຸພານຸວົງ

ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈີນແທງເໝີນ ຢັ້ງຢືນວ່າ ພັກ, ລັດ, ສະພາແຫ່ງຊາດ, ແນວໂຮມປະເທດຊາດ ແລະປະຊາຊົນຫວຽດນາມຍາມໃດກໍຖືເປັນສຳຄັນ, ສະຫງວນຄວາມບຸລິມະສິດສູງສຸດໃຫ້ແກ່ວຽກງານການປັບປຸງ, ເພີ່ມທະວີສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ, ເພື່ອພ້ອມກັນປົກປັກຮັກສາ ແລະ ຖືສາຍພົວພັນດັ່ງກ່າວແມ່ນຊັບສົມບັດອັນລ້ຳຄ່າຕໍ່ພາລະກິດປະຕິວັດຂອງສອງປະເທດ ຫວຽດນາມ - ລາວ. ທ່ານ ເຈີນແທງເໝີນ ສະເໜີໃຫ້ ແນວລາວສ້າງຊາດ ຈົ່ງສະເໜີມາຍັງອໍານາດການປົກຄອງທ້ອງຖິ່ນຕ່າງໆ ໜູນຊ່ວຍການ ຊອກ, ຂຸດຄົ້ນ,  ທ້ອນໂຮມ ແລະ ສົ່ງອັດຖິຂອງບັນດາທະຫານອາສາສະໝັກ, ຜູ້ຊ່ຽວຊານຫວຽດນາມທີ່ໄດ້ເສຍສະຫຼະຊີວິດເພື່ອຊາດໃນປາງສົງຄາມຢູ່ລາວ ກັບຄືນເມືອປະເທດ; ສືບຕໍ່ສະເໜີໃຫ້ພັກ, ລັດຖະບານລາວເອົາໃຈໃສ່, ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ປະຊາຄົມຊາວຫວຽດນາມທີ່ພວມດຳລົງຊີວິດ, ເຮັດວຽກ ແລະ ຮ່ຳຮຽນຢູ່ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ